WHO ສະ​ແດງ​ຄວາມ​ຊົມ​ເຊີຍ ຕໍ່​ບັນ​ດາ​ຜົນ​ງານ​ຂອງ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ

(VOVWORLD) - ທ່ານ Tedros Adhanom Ghebreyesus ຕີລາຄາວ່າ: ການເປີດກວ້າງລະບົບປະກັນສະຂຸພາບສັງຄົມ ໄດ້ຊ່ວຍໃຫ້ ຫວຽດນາມ ບັນລຸໄດ້ບັນດາຜົນງາມໃນວິວັດທະນາການເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ.
WHO ສະ​ແດງ​ຄວາມ​ຊົມ​ເຊີຍ ຕໍ່​ບັນ​ດາ​ຜົນ​ງານ​ຂອງ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ - ảnh 1ພາບປະກອບ: TTXVN

ວັນທີ 5 ຕຸລາ, ທ່ານຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ (WHO) Tedros Adhanom Ghebreyesus ໄດ້ສົ່ງວີດີໂອ ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານ ເຊິ່ງ ຫວຽດນາມ ບັນລຸໄດ້ໃນການພັດທະນາເສດຖະກິດ ສັງຄົມ ແລະ ສາທາລະນະສຸກໃນຊຸມປີຜ່ານມາ. ທ່ານຜູ້ອຳນວຍການ WHO ເນັ້ນໜັກວ່າ “ຂ້າພະເຈົ້າຮູ້ສຶກພາກພູມໃຈເມື່ອເຫັນປະຈັກຕາການປ່ຽນແປງໃນຂົງເຂດສາທາລະນະສຸກ ແລະ ການເບິ່ງແຍງດູແລສຸຂະພາບຢູ່ ຫວຽດນາມ ໃນນັບສິບປີຜ່ານມາ. ນັບແຕ່ປີ 1945 ມາຮອດປັດຈຸບັນ, ອາຍຸ ຂອງປະຊາຊົນຫວຽດນາມ ໄດ້ເພີ່ມຫຼາຍຂຶ້ນ”.

ທ່ານ Tedros Adhanom Ghebreyesus ຕີລາຄາວ່າ: ການເປີດກວ້າງລະບົບປະກັນສະຂຸພາບສັງຄົມ ໄດ້ຊ່ວຍໃຫ້ ຫວຽດນາມ ບັນລຸໄດ້ບັນດາຜົນງາມໃນວິວັດທະນາການເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ. ກໍ່ບັນລຸໄດ້ຄວາມກ້າວໜ້າໃນວິວັດການແກ້ໄຂບັນດາປັດໄຈທີ່ມີຄວາມສ່ຽງເກີດພະຍາດຕິດແປດຄື: ຫຼຸດຜ່ອນອັດຕາການສູບຢາ. ທ່ານ Tedros Adhanom Ghebreyesus ຢັ້ງຢືນວ່າ WHO ມີຄວາມເອກອ້າງທະນົງໃຈທີ່ໄດ້ເປັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງລັດຖະບານ ແລະ ປະຊາຊົນ ຫວຽດນາມ. WHO ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ຮັກສາການປະສານສົມທົບ ແລະ ໜູນຊ່ວຍ ຫວຽດນາມ ຢ່າງແຮງເພື່ອນຳຊີວິດການເປັນທີ່ມີສຸຂະພາບດີກ່ວາ, ປອດໄພກ່ວາ ແລະ ວັດທະນາຖາວອນກ່ວາໃຫ້ແກ່ປະຊາຊົນຫວຽດນາມທຸກຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ