WHO ຮຽກຮ້ອງໃຫ້ສ້າງຕັ້ງແລວມະນຸດສຳທະເພື່ອໜູນຊ່ວຍປະຊາຊົນຢູ່ເຂດ ກາຊາ

(VOVWORLD) - ຕາມທ່ານ Tarik Jasarevic ແລ້ວ, WHO ຮຽກຮ້ອງໃຫ້ຢຸດຕິການໃຊ້ຄວາມຮຸນແຮງ ແລະ ເນັ້ນໜັກເຖິງຄວາມສຳຄັນຂອງການສ້າງແລວມະນຸດສະທຳເພື່ອໃຫ້ປະຊາຊົນຢູ່ເຂດ ກາຊາ ສຳຜັດກັບບໍລິການການແພດທີ່ຈຳເປັນ.
WHO ຮຽກຮ້ອງໃຫ້ສ້າງຕັ້ງແລວມະນຸດສຳທະເພື່ອໜູນຊ່ວຍປະຊາຊົນຢູ່ເຂດ ກາຊາ - ảnh 1ປະຊາຊົນ ປາແລດສະຕິນ ໄດ້ຮັບເຄື່ອງອຸປະຖຳ ຈາກປະຊາຄົມສາກົນ (ເດືອນ ມັງກອນ 2023)
(ພາບ:AFP/TTXVN)

ວັນທີ 10 ຕຸລາ, ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວຢູ່ເຊີແນວ, ປະເທດ ສະວິດ, ໂຄສົກຂອງອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງສ້າງຕັ້ງແລວມະນຸດສະທຳເພື່ອ ເຂົ້າ - ອອກເຂດ ກາຊາ ໃນສະພາບການຄວາມເຄັ່ງຕຶງປິນຂັ້ນໄດຢູ່ເຂດນີ້.

        ຕາມທ່ານ Tarik Jasarevic ແລ້ວ, WHO ຮຽກຮ້ອງໃຫ້ຢຸດຕິການໃຊ້ຄວາມຮຸນແຮງ ແລະ ເນັ້ນໜັກເຖິງຄວາມສຳຄັນຂອງການສ້າງແລວມະນຸດສະທຳເພື່ອໃຫ້ປະຊາຊົນຢູ່ເຂດ ກາຊາ ສຳຜັດກັບບໍລິການການແພດທີ່ຈຳເປັນ. ຕາມໂຄສົກຜູ້ນີ້ແລ້ວ, WHO ໄດ້ຮັບຮູ້ການບຸກໂຈມຕີ 13 ຄັ້ງແນ່ໃສ່ບັນດາຮາກຖານການແພດຂອງເຂດ ກາຊາ ນັບແຕ່ທ້າຍອາທິດຜ່ານມາ ແລະ ຈຳນວນອຸປະກອນການແພດຢູ່ທີ່ນີ້ໄດ້ຮັບການນຳໃຊ້ໝົດແລ້ວ.

        ໃນຂະນະນັ້ນ, ທ່ານ Volker Turk, ຂະຫຼວງໃຫຍ່ ສປຊ ກ່ຽວກັບມະນຸດສະທຳ ໃຫ້ຮູ້ວ່າ: ເລື່ອງ ອິດສະຣາແອນ ປິດລ້ອມເຂດ ກາຊາ ເຮັດໃຫ້ປະຊາຊົນຢູ່ເຂດດິນແດນແຫ່ງນີ້ບໍ່ໄດ້ເຂົ້າເຖິງກັບບັນດາເຄື່ອງຂອງທີ່ຈຳເປັນ ແມ່ນການກະທຳຖືກເກືອດຫ້າມຕາມກົດໝາຍສາກົນ, ບັນດາຝ່າຍປະທະກັນມີພາລະໜ້າທີ່ຕ້ອງຫຼີກລ້ຽງບັນດາເປົ້າໝາຍແມ່ນສາມັນຊົນ. ທ່ານໄດ້ຊີ້ແຈ້ງວ່າ, ບໍ່ວ່າການກະທຳໃດໆທີ່ຈຳກັດຄົນໄປ - ມາ ແລະ ສິນຄ້າຈໍລະຈອນໃນການປະຕິບັດຄຳສັ່ງປິດລ້ອມລ້ວນແຕ່ຕ້ອງມີເຫດຜົນອັນຊອບທຳ ກ່ຽວກັບດ້ານການທະຫານ, ຖ້າບໍ່ດັ່ງນັ້ນຈະຕ້ອງປະເຊີນໜ້າກັບບັນດາມາດຕະການລົງໂທດໂດຍລວມໝູ່.

ຕອບກັບ

ຂ່າວ/ບົດ​ອື່ນ