WHO ໃຫ້ຄຳໝັ້ນສັນຍາຮ່ວມມືກັບ ຫວຽດນາມ ໃນວຽກງານເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ

(VOVWORLD) -ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືກັບ WHO; ພ້ອມທັງສະເໜີໃຫ້ຫ້ອງການ WHO ປະຈຳທິດຕາເວັນຕົກມະຫາສະໝຸດປາຊີຟິກ ແລະ ຫ້ອງການ WHO ປະຈຳ ຫວຽດນາມ, ທ່ານປະລິນຍາເອກ Takeshi Kasai ສືບຕໍ່ຕີລາຄາສະພາບໂລກລະບາດຢ່າງທັນການ
WHO ໃຫ້ຄຳໝັ້ນສັນຍາຮ່ວມມືກັບ ຫວຽດນາມ ໃນວຽກງານເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ - ảnh 1ທ່ານນາງຮອງປະທານປະເທດ  ຫວໍທິແອັງຊວັນ ຕ້ອນຮັບທ່ານປະລິນຍາເອກ Takeshi Kasai, ຫົວໜ້າອົງການ WHO ປະຈຳທິດຕາເວັນຕົກມະຫາສະໝຸດປາຊີຟິກ
(ພາບ: TTXVN)

ວັນທີ 15 ກໍລະກົດ, ທີ່ການຕ້ອນຮັບທ່ານປະລິນຍາເອກ Takeshi Kasai, ຫົວໜ້າອົງການອະນາໄມໂລກ (WHO) ປະຈຳທິດຕາເວັນຕົກມະຫາສະໝຸດປາຊີຟິກ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ຢືນຢັນວ່າ, ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືກັບ WHO; ພ້ອມທັງສະເໜີໃຫ້ຫ້ອງການ WHO ປະຈຳທິດຕາເວັນຕົກມະຫາສະໝຸດປາຊີຟິກ ແລະ ຫ້ອງການ WHO ປະຈຳ ຫວຽດນາມ, ທ່ານປະລິນຍາເອກ Takeshi Kasai ສືບຕໍ່ຕີລາຄາສະພາບໂລກລະບາດຢ່າງທັນການ; ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ, ສະເໜີຄຳກ່າວເຕືອນຂອງອົງການອະນາໄມໂລກ ໃນການປ້ອງກັນ, ຕ້ານໂລກລະບາດ; ສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການຄົ້ນຄວ້າ, ຜະລິດວັກຊິນກັນໂຄວິດ-19. ສ່ວນທ່ານປະລິນຍາເອກ Takeshi Kasai, ໃຫ້ຄຳໝັ້ນສັນຍາຮ່ວມມືກັບ ຫວຽດນາມ ໃນວຽກງານເບິ່ງແຍງດູແລສຸຂະພາບຂອງປະຊາຊົນ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ