WTOພ້ອມແລ້ວຫນູນຊ່ວຍຫວຽດນາມເຊື່ອມໂຍງເຂົ້າກັບເສດຖະກິດໂລກ

WTOພ້ອມແລ້ວຫນູນຊ່ວຍຫວຽດນາມເຊື່ອມໂຍງເຂົ້າກັບເສດຖະກິດໂລກ - ảnh 1
ພາບ​ປະ​ກອບ:internet
(vovworld)-​ວັນ​ທີ 21/10, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ກະ​ຊວງ​ການ​ເງິນ ໂດຍ​ທ່ານ ຫງວຽນ​ກົງ​ຫງຽບ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ດັ່ງ​ກ່າວ​ນຳ​ຫນ້າ ໄດ້​ມີ​ການ​ພົບ​ປະ​ກັບ ທ່ານ Roberto Azevedo ຜູ້​ອຳ​ນວຍ​ການ​ໃຫຍ່ ອົງ​ການ​ການ​ຄ້າໂລກ WTO ຢູ່ ສະ​ວິດ. ທີ່​ການ​ພົບ​ປະ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫງວຽນ​ກົງ​ຫງຽບ ແບ່ງ​ປັນ​ບັນ​ດາ​ຂໍ້​ມູນ​ຂ່າວ​ກ່​ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ການ​ຄ້າ​ສາ​ກົນ​ຂອງ​ຫວຽດ​ນາມ ໃນ​ຊຸມ​ປີ​ຜ່ານ​ມາ, ໃນ​ນັ້ນ ເນັ້ນ​ຫນັກ​ເຖິງວົງ​ເງິນ​ນຳ​ເຂົ້າ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ໄດ້​ຮັບ​ການ​ເປີດກວ້າງ​ຢ່າງບໍ່​ຢຸດຢັ້ງ​ນັບ​ແຕ່​ເມື່ອ​ກາຍເປັນ​ສະ​ມາ​ຊິກ​ສົມ​ບູນ​ຂອງ WTO ໃນ​ປີ 2007. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫງວຽນ​ກົງ​ຫງຽບ ຢືນ​ຢັນ: ຫວຽດ​ນາມ ໄດ້, ພວມ ແລະ ຈະ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ກໍ​ຄື​ບັນ​ດາ​ເວ​ທີ​ປາ​ໄສ​ໃນ​ຂອບ​ເຂດ WTO ຢ່າງ​ຕັ້ງ​ຫນ້າ. ສ່ວນ​ທ່ານ Roberto Azevedo ຜູ້​ອຳ​ນວຍ​ການ​ໃຫຍ່ ອົງ​ການ​ການ​ຄ້າໂລກ ໄດ້​ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ​ຫວຽດ​ນາມ​ ໃນ​ປະ​ຊາ​ຄົມ​ໂລກ ແລະ ຢືນ​ຢັນ ພ້ອມ​ແລ້ວ​ຫນູນ​ຊ່ວຍ​ຫວຽດ​ນາມ ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ໂລກ. ໃນ​ວັນ​ດຽວ​ກັນ, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ກະ​ຊວງ​ການ​ເງິນ​ຫວຽດ​ນາມ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ສະ​ຖາ​ບັນ​ການ​ຄ້າ​ສາ​ກົນ. ນະ​ທີ່ນີ້, ສະ​ຖາ​ບັນ​ການ​ຄ້າ​ສາ​ກົນ ປາດ​ຖະ​ຫນາ​ຢາກ​ມີ​ກາ​ລະ​ໂອ​ກາດ​ເພື່ອ​ບຳ​ລຸງ​ສ້າງ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃຫ້​ແກ່​ບັນ​ດາ​ພະ​ນັກ​ງານ​ເຮັດ​ວຽກ​ໃນ​ຂົງ​ເຂດ​ເຊື່ອມ​ໂຍງ​ເຂົ້າ​ກັບ​​ໂລກຂອງ​ກະ​ຊວງ​ການ​ເງິນ​ຫວຽດ​ນາມ.
ຂ່າວ/ບົດ​ອື່ນ