Yemen ປະຕິເສດ ແຜນການສັນຕິພາບໂດຍອີຣານ ສະເໜີ

Yemen ປະຕິເສດ ແຜນການສັນຕິພາບໂດຍອີຣານ ສະເໜີ - ảnh 1
(ພາບປະກອບ: independent)

​(vovworld) –  ວັນ​ທີ 18/04, ລັດຖະບານ Yemen ປະຕິ​ເສດ​ແຜນການ​ສັນຕິພາບ 4 ຂໍ້​ໃຫ້​ແກ່​ປະ​ເທດ​ນີ້ໂດຍ​ອີຣານ ສະ​ເໜີຕໍ່​ສະຫະ​ປະຊາ​ຊາດ​ກ່ອນ​ນັ້ນ 1 ວັນຢ່າງ​ເປັນ​ທາງ​ການ. ​ເມື່ອ​ຕອບ​ສຳພາດ​ຕໍ່​ສຳນັກ​ຂ່າວສານ Reuter ຈາກ​ນະຄອນຫຼວງ Doha ຂອງ Quatar, ​ໂຄສົກ​ລັດຖະບານ Yemen, Rajeh Badi ຊີ​ແຈ້ງວ່າ “Yemen ປະຕິ​ເສດ​ຂໍ້​ລິ​ເລີ່​ມຂອງ​ອີຣານ. ຈຸດປະສົງ​ຂອງ​ຂໍ້ລິ​ເລີ່​ມ​ດັ່ງກ່າວ​ແມ່ນ​ເລ່ຫຼ່ຽມ​ດ້ານ​ກາ​ນ​ເມືອງ”.

ຂ່າວ/ບົດ​ອື່ນ