Zimbabwe ຢາກຊຸກຍູ້ ການພົວພັນຮ່ວມມືກັບ ຫວຽດນາມ


Zimbabwe ຢາກຊຸກຍູ້ ການພົວພັນຮ່ວມມືກັບ ຫວຽດນາມ - ảnh 1

 (ພາບ: Vietnam+)

(vovworld)- ​ຫວ່າງ​ແລ້ວ​ນີ້, ຢູ່ທຳນຽບປະທານາທິບໍດີ Zimbabwe ທີ່ນະຄອນຫຼວງ Harere, ທ່ານ​ເລ​ຮຸຍຮ່ວາງ ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ປະ​ເທດ ສສ.ຫວຽດນາມ ປະຈຳ Zimbabwe ​ໄດ້ຍື່ນ​ສານ​ຕາຕັ້ງຂອງ​ປະທານ​ປະ​ເທດ​ເຈື່ອງ​ເຕິ​ນຊາງ ຕໍ່ປະທານາທິບໍດີປະ​ເທດ ສ. Zimbabwe Robert Mugabe. ພາຍຫຼັງ​ພິທີ​ຍື່ນ​ສານ​ຕາຕັ້ງ, ທ່ານ​ເອກ​ອັກຄະ​ລັດຖະທູດ​ເລ​ຮຸຍ​ຮ່ວາງ ຢືນຢັນ​ຄວາມ​ປາດ​ຖະໜາ​ ​ແລະ ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ ​ແລະ ປຊຊ ຫວຽດນາມ ​ໃນ​ການ​ຮັດ​ແໜ້ນ​ການ​ພົວພັນ​ມິດ​ຕະພາບ ​ແລະ ການ​ຮ່ວມ​ມື​ໃນ​ທຸກ​ດ້ານ​ກັບ​ລັດຖະບານ ​ແລະ ປຊຊ Zimbabwe. ທ່ານ​ເອກ​ອັກຄະ​ລັດຖະທູດ​ເລ​ຮຸຍ​ຮ່ວາງ ​ເນັ້ນໜັກ​ເຖິງ​ແຜນ​ນະ​ໂຍບາຍ​ຕັ້ງໜ້າ​​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ​ຂອງ​ຫວຽດນາມ ພ້ອມ​ທັງ​ແລກປ່ຽນ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ກ່ວາ​ອີກ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ສາທາລະນະ​ສຸກ, ກະສິກຳ…​ສ່ວນ​ປະທານາທິບໍດີ Zimbabwe ​ໄດ້ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ໃຫ້​ສອງ​ປະ​ເທດ​ເສີມ​ຂະຫຍາຍ​ການ​ພົວພັນ​ດ້ານ​ການ​ເມືອງ​ທີ່​ມີ​ມູນ​ເຊື້ອ​ອັນ​ດີງາມ​ມາ​ແຕ່​ດົນ​ນານ, ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ກ່ວາ​ອີກ, ທ່ານ​ເນັ້ນຫນັກ​ວ່າຢາກ​ໃຫ້​ບັນດາ​ກະຊວງ​ຂະ​ແໜງ​ການ​ຂອງ​ສອງ​ປະ​ເທດ​ແລກປ່ຽນ​ໂດຍ​ລະອຽດ ​ເພື່ອ​ເພີ່ມ​ທະວີ​ການ​ແລກປ່ຽນ​ສິນຄ້າ, ຜັນ​ຂະ​ຫຍາ​ຍບັນດາ​ໂຄງການ​ຮ່ວມ​ມື​…../.

 

ຂ່າວ/ບົດ​ອື່ນ