ກູຍບາ ແລະ ອິນເດຍ ເພີ່ມທະວີການຮ່ວມມືດ້ານເສດຖະກິດ

ກູຍບາ ແລະ ອິນເດຍ ເພີ່ມທະວີການຮ່ວມມືດ້ານເສດຖະກິດ - ảnh 1

(vovworld) - ວັນ​ທີ 12/7, ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ກູ​ຍບາ - ອິນ​ເດຍ ຖືກ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ ລາ​ຮາ​ວານ ປະ​ເທດ ກູ​ຍບາ. ທ່ານ​ລັດຖະມົນຕີ​ການ​ຄ້າ ​ແລະ ອຸດສາຫະກຳ ອິນ​ເດຍ J.M. Scindia ນຳ​ໜ້າຄະນະ​ຜູ້​ແທນ​ອິນ​ເດຍ ​ມີ​ບົດ​ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ, ​ໂດຍ​ຕີ​ລາຄາ​ວ່າ ກູ​ຍບາ ​ແມ່ນ​ຕະຫຼາດ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ ​ແລະ ມີ​ຄວາມດຶງ​ດູດ, ພ້ອ​ມທັງ​ຢັ້ງຢືນ​ບັນດາ​ວິ​ສາ​ຫະກິດ ອິນ​ເດຍ ກຽມພ້ອມ​ເປີດ​ກ້ວາງ​ການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື ກູ​ຍບາ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ຄື: ກະສິກຳ, ຂຸດ​ຄົ້ນ​ແຮ່ທາດ, ກັນ​ນ້ຳມັນ, ນ້ຳຕານ ​ແລະ ​​ຢຸກຢາ,  ພັດທະນາ​ເຄືອ​ຂ່າຍ​ຕິດ​ຕໍ່​ພົວພັນ​ຢູ່ ກູ​ຍບາ. ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ການ​ຄ້າ ​ແລະ ການ​ລົງທຶນ​ຕ່າງ​ປະ​ເທດ​ຂອງ ກູ​ຍບາ Orlando Hernandez ​ເນັ້ນ​ໜັກ​ຄວາມ​ຫວັງ​ຂອງ​ບັນດາ​ວິ​ສາ​ຫະກິດ ກູ​ຍບາ ​ແມ່ນ​ເພີ່​​ມທະວີ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ກັບ​ບັນດາ​ຄູ່​ຮ່ວມ​ມື​ອິນ​ເດຍ ພິ​ເສດ ​ແມ່ນ​ໃນ​ສະພາບ​ການ ກູ​ຍບາ ພວມ​ຜັນ​ຂະຫຍາຍ​ວິວັດ​ການ​ອັບ​​ເດັດ​ຮູບ​​ແບບ​ພັດທະນາ​ເສດຖະກິດ​ເທື່ອ​ລະ​ກ້າວ. ທ່ານ​ກໍ​ຫວັງ​ວ່າ: ການ​ພົວພັນ​ແລກປ່ຽນ​ການ​ຄ້າ​ລະຫວ່າງ 2 ຝ່າຍ​ຈະ​ໄດ້​ຮັບ​ການ​ຊຸກ​ຍູ້​​ເທື່ອ​ລະ​ກ້າວໃນ​ໄລຍະ​ຈະ​ມາ​ເຖິງ​, ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ 2 ປະ​ເທດ. ຝ່າຍ ກູ​ຍບາ ກໍ​ແນະນຳ​ກັບ​ຄະນະ​ວິ​ສາ​ຫະກິດ ອິນ​ເດຍ ກ່ຽວ​ກັບ 7 ​​ໂຄງການ​ເຊິ່ງ 2 ຝ່າຍ​ສາມາດ​ຮ່ວມ​ມື​ລົງທຶນ​ໃນ​ບັນດາ​ຂົງ​ເຂດພະລັງງານ​ທົດ​ແທນ, ນ້ຳມັນ​ອາຍ​ແກ​ດ, ອຸດສາ​ຫະກຳ​ເຄມີ ​ແລະ ການ​ທ່ອງທ່ຽວ.

 

ຂ່າວ/ບົດ​ອື່ນ