ກຸຍບາມີເອກອັກຄະລັດຖະທູດຄົນທຳອິດປະຈຳອາເມລິກາໃນໄລຍະກວ່າເຄິ່ງທົດສະວັດ

ກຸຍບາມີເອກອັກຄະລັດຖະທູດຄົນທຳອິດປະຈຳອາເມລິກາໃນໄລຍະກວ່າເຄິ່ງທົດສະວັດ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ Jose Cabanas
(ພາບ: AP)


(vovworld) – ​ໂດຍ​ສືບ​ຕໍ່​ບັນດາ​ການ​ຜັນ​ແປ່​​ໃໝ່ໃນ​ວິວັດ​ການ​ສ​້າງ​ການ​ພົບ​ພັນ​ລະຫວ່າງ​ກຸຍ​ບາ - ອາ​ເມ​ລິ​ກາ ​ເປັນ​ປົກກະຕິ. ວັນ​ທີ 17/09, ພາຍຫຼັງ 54 ປີ​ເອກ​ອັກຄະ​ລັດ​ຖະທູດ​ກຸຍບາ ຄົນ​ທຳ​ອິດ​ປະຈຳ​ອາ​ເມ​ລິ​ກາ, ​ໄດ້​ຍື່ນ​ສານ​ຕາ​ຕັ້ງ​ຂຶ້ນ​ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama. ຕາມ​ແຈ້ງ​ການ​ຂອງ​ສະຖານທູ​ດກຸຍບາ ປະຈຳ​ອາ​ເມ​ລິ​ກາ ​ແລ້ວ, ພິທີ​ຍື່ນ​ສານ​ຕາ​ຕັ້ງ​ໄດ້​ດຳ​ເນີນ​ໄປ​ຢູ່​ທຳນຽບຂາວ ​ເມື່ອ​ທ່ານ​ Barack Obama ຕ້ອງ​ຮັບ​ເອກອັກຄະ​ລັດຖະທູດຄົນ​​ໃໝ່ 16 ທ່ານມາ​ຍື່ນ​ສານ​ຕາ​ຕັ້ງ. ​ໃນ​ການ​ພົບ​ປະລະ​ຫວ່າງ​ທ່ານ​ປະທານາທິບໍດີ Barack Obama ກັບທ່ານ​ເອກ​ອັກຄະ​ລັດຖະທູດ​ Jose Cabanas, 2 ຝ່າຍ​ໄດ້​ເຫັນ​ດີ​ຕໍ່ເລື່ອງ​ແຕ່ງ​ຕັ້ງ​ເອກ​ອັກຄະ​ລັດຖະທູດ​ກຸຍບາ ປະຈຳ​ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ ​ແມ່ນ​ບາດກ້າວ​ໜຶ່ງ​ອີກ ​ໃນ​ວິວັດ​ແຫ່ງ​ການສ້າງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ເປັນ​ປົກກະຕິ. ປະຈຸ​ບັນ​ອາ​ເມ​ລິ​ກາ ຍັງ​ບໍ່​ທັນ​ແຕ່ງ​ຕັ້ງ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ ປະຈຳ​ກຸຍ​ບາ ​ເທ​ື່ອ.

ຂ່າວ/ບົດ​ອື່ນ