ກົດໝາຍວິສາຫະກິດສະບັບປັບປຸງ : ສອດຄ່ອງກັບທຳນຽມສາກົນ

ກົດໝາຍວິສາຫະກິດສະບັບປັບປຸງ : ສອດຄ່ອງກັບທຳນຽມສາກົນ - ảnh 1
ບັນດາ ສ.ສ.ຊ ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍວິສາຫະກິດ ສະບັບປັບປຸງ. (ພາບ: nguoidaibieu)

 
(vovworld)-​ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍວິສາຫະກິດສະບັບປັບປຸງ ໃນວາລະປະຊຸມ ສະພາແຫ່ງຊາດເມື່ອຕອນເຊົ້າວັນທີ 17/6, ສ.ສ.ຊ ຫຼາຍທ່ານຖືວ່າ ກົດໝາຍວິສາຫະກິດ ສະບັບປັບປຸງຄັ້ງນີ້ ຈະຊ່ວຍແກ້ໄຂ ຮົ້ວກີດຂວາງ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ແກ່ງ​ແຍ້​ງສະ​ເໝີ​ພາບ, ພິ​ເສດ, ກົດໝາຍວິສາຫະກິດສະບັບປັບປຸງຄັ້ງ​ນີ້ ກຳນົດ​ວິ​ສາ​ຫະກິດ​ມີ​ສິດ​ດຳ​ເນີນ​ກິດຈະການ​ທຸລະ​ກິດ​ສຳລັບ​ທຸກໆ​ຂະ​ແໜງ​ອາຊີບ ຊຶ່ງ​ກົດໝາຍ​ບໍ່​ເກືອດຫ້າມ​. ທ່ານ​ນາງ ຫງວຽນ​ທິ​ເຫ້ວ ສ.ສ.ຊ ​ແຂວງ​ດັກ​ລັກ ຖື​ວ່າ : 

“  ກົດໝາຍວິສາຫະກິດຄວນປັບປຸງຕາມ​ທິດ​ລົບ​ລ້າງ​ການຈຳ​ແນ​ກດ້ານ​ລະບຽບ​ການ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ລະຫວ່າງ​ບັນດາ​ພາກສ່ວນ​ເສດຖະກິດ, ​ແນ​ໃສ່​ປະຕິບ​ັດຫຼັກການ​ສະ​ເໝີພາບລະຫວ່າງບັນດາ​ວິ​ສາ​ຫະກິດ​ທີ່​ຂຶ້ນ​ກັບ​ທຸກໆ​ພາກ​ສ່ວນ​​ເສດ​ຖະກິດ ​ແລະ ສອດຄ່ອງ​ກັບ​ວິວັດທະນາ​ການ​ໃຫ້​ຄຳ​ໝັ້ນ​ສັນຍາ WTO ​ແລະ ຄຳ​ໝັ້ນ​ສັນຍາ TPP ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ພ້ອມ​ກັນ​ນັ້ນ, ກົດໝາຍວິສາຫະກິດຄວນ​ກຳນົດ​ແຈ້ງ​ຫຼັກການ​ນຳ​ໃຊ້​ບັນດາ​ເງື່ອນ​ໄຂ​ສົ່ງ​ເສີມ ​ຫຼື ຈຳກັດ​ການ​ດຳ​ເນີນ​ທຸລະ​ກິດ​ຕາມ​ລະບຽບ​ກົດໝາຍ, ​ແຕ່​ຄວນ​ແຍກ​ເປັນ​ຕ່າງ​ຫາກ​ກ່ຽວ​ກັບ​ລະບຽບ​ການ​ສ້າງ​ຕັ້ງ​ວິ​ສາ​ຫະກິດ​ກັບ​ບັນດາ​ລະບຽບ​ການ​ກ່ຽວ​ກັບ​ເງື່ອນ​ໄຂ​ດຳ​ເນີນ​ທຸລະ​ກິດ ”

   ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍປັບປຸງ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ສັນຊາດ​ຫວຽດນາມ​ປີ 2008, ສ.ສ.ຊ ຫຼາຍ​ທ່ານ​ຖື​ວ່າ​ຂໍ້​ກຳນົດ​ຈົດ​ທະບຽນ​ຮັກສາ​ສັນຊາດ​ຫວຽດນາມ​ທີ່​ມີ​ຕໍ່​ພົນລະ​ເມືອງ​ຫວຽດນາມ ​ແລະ ຊາວ​ຫວຽດນາມ​ພວມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ຄື​ໃນ​ຮ່າງ​ກົດໝາຍ​ແມ່ນ​ບໍ່​ທັນ​ສອດຄ່ອງ​ກັບ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ມະຕິ 36 ຂອງ​ກົມ​ການ​ເມ​ືອງກ່ຽວ​ກັບ​ວຽກ​ງານ​ທີ່​ມີ​ຕໍ່​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ຕາມ​ລັດຖະທຳ​ມະນູນ​ປີ 2013. ສ.ສ.ຊ ຫຼາຍ​ທ່ານ​ຖື​ວ່າ ຄວນ​ປະຕິບັດ​ການ​ຈົດ​ທະບຽນ​ພົນລະ​ເມືອງ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ​ວ່າ​ດ້ວຍ​ສຳນັກງານ​ຕາງໜ້າ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ແນ​ໃສ່​ຈຸດປະສົງ​ຄຸ້ມ​ຄອງ​ສະພາບ​ການ​ຂອງ​ພົນລະ​ເມືອງ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ເນື້ອ​ໃນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ສັນ​ຊາດ ​ແລະ ພົນລະ​ເມືອງ, ປະຕິບັດ​ການ​ປົກ​ປ້ອງ​ພົນລະ​ເມືອງ.....

ຂ່າວ/ບົດ​ອື່ນ