ກົດໝາຍວ່າດ້ວຍການຕ້ອນຮັບພົນລະເມືອງສົ່ງເສີມປະຊາຊົນປະກອບສ່ວນສ້າງສາປະເທດຊາດ

ກົດໝາຍວ່າດ້ວຍການຕ້ອນຮັບພົນລະເມືອງສົ່ງເສີມປະຊາຊົນປະກອບສ່ວນສ້າງສາປະເທດຊາດ - ảnh 1
ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບຮ່າງ​ກົດໝາຍ​ວ່າ​ດ້ວຍ​ ການ​ຕ້ອນຮັບ​ພົນລະ​ເມືອງ ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ກວດກາ​ໂລກລະບາດ​ສຳລັບ​ພືດ

(vovworld) – ​ຕອນ​ບ່າຍ​ວັນ​ທີ 31/5, ​ໃນ​ຂອບເຂດ​ກອງ​ປະຊຸມ​ສະ​ໄໝ​ສາມັກ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13, ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຕ້ອນຮັບ​ພົນລະ​ເມືອງ ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ກວດກາ​ໂລກລະບາດ​ສຳລັບ​ພືດ. ​ເມື່ອ​ເຕື້ອງ​ເຖິງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຕ້ອນຮັບ​ພົນລະ​ເມືອງ, ບັນດາ​ຄຳ​ເຫັນ​ໄດ້​ສຸມ​ໃສ່​ໜ້າ​ທີ່ຮັບຜິດຊອບ​ຂອງ​ຫົວໜ້າ​ບັນດາ​ອົງການ​ຈັດ​ຕັ້ງ, ຫົວໜ່ວຍ​ໃນ​ການ​ຕ້ອນຮັບ​ພົນລະ​ເມືອ​ງ, ​ເງື່ອນ​ໄຂ​ຮັບປະກັນ​ການ​ເຄື່ອນ​ໄຫວ​ຕ້ອນຮັບ​ພົບ​ລະ​​ເມືອງ, ສິດ ​ແລະ ໜ້າ​ທີ່​ຂອງ​ຜູ້​ມາສະ​ເໜີ, ສ່ອງແສງຄຳ​ເຫັນ. ສະມາຊິກ​ສະພາ​ແຫ່ງ​ຊາດ​ບາງ​ທ່ານ​ຖື​ວ່າ: ຮ່າງ​ກົດໝາຍ​ຕ້ອງ​ກຳນົດ​ໜ້າ​ທີ່ຮັບຜິດຊອບ​ຂອງ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ​ໃນ​ການ​ຕ້ອນຮັບ​ພົນລະ​ເມືອງ​ກ່ວາ​ອີກ. ຮ່າງ​ກົດໝາຍ​ກໍ່​ຕ້ອງກ​ຳນົດສະຖານ​ທີ່​ຕ້ອນຮັບ​ພົນລະ​ເມືອງ ​ເຮັດ​​ແນວ​ໃດ​​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່ການ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ. ທ່ານ​ນາງ ​ໂດ໋ທິຮ່ວາງ, ສະມາຊິກ​ສະພາ​ແຫ່ງ​ຊາດ ​ແຂວງ ກ໋ວາງ​ນິງ ​ໃຫ້​ຄຳ​ເຫັນ​ວ່າ:

ຮ່າງ​ກົດໝາຍ​ມີ​ຂໍ້ກຳນົດ​ວ່າ ບັນດາ​ອົງການ​ຄຸ້ມ​ຄອງ​ຮັບ​ຟັງ, ຮັບ​ເອົາ​ຄຳ​ເຫັນ​ປະກອບ​ຂອງ​ປະຊາຊົນ, ຫາກ​ບໍ່​ຮັບ​ຜິດ​ຊອບ​ໜ້າ​ທີ່​ແກ້​ໄຂ, ຖ້າ​ຄື​ແນວ​ນັ້ນ​ຈຳ​ເປັນ​ຕ້ອງ​ກຳນົດ​ເປັນ​ກົດໝາຍ​ຫຼື​ບໍ. ຖ້າ​ຫາກ​ກຳນົດ​ເປັນ​ກົດໝາຍ​ນັ້ນ, ຂອບ​ເຂດ​ຂອງ​ມັນ​ຕ້ອງ​ກວ້າງ​ກວ່າ ຄື​ແນວ​ນັ້ນ​ຈຶ່ງ​ສາມາດ​ສົ່ງ​ເສີມ​ປະຊາຊົນ​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງສາ​ປະ​ເທດ​ໄດ້. ຖ້າ​ພຽງ​ແຕ່​ຕັ້ງ​ບັນຫາ​ຕ້ອນຮັບ​ພົນລະ​ເມືອງ​ເພື່ອ​ຮັບ​ຟັງ ​ແລະ ຮັບ​ເອົາ​ຄຳ​ເຫັນເທົ່າ​ນັ້ນ ​ແມ່ນ​ບໍ່​ໄດ້ ຫາກ​ຕ້ອງ​ພິຈາລະນາ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນດາ​ຄວາມ​ເຫັນ​ນັ້ນ. ຖ້າສະມາຊິກ​ສະພາ​ແຫ່ງ​ຊາດ​ບໍ່​ມີ​ສິດ​ແກ້​ໄຂ, ກໍ່​ຕ້ອງ​ພິຈາລະນາ​ເລື່ອງ​ແກ້​ໄຂ​ຂອງ​ບັນດາ​ອົງການ​ມີ​ສິດ​ອຳນາດ ຫຼັງ​ຈາກ​ນັ້ນ​ແຈ້ງຜົນ​ຂອງ​ການ​ແກ້​ໄຂ​ເຖິງ​ປະຊາຊົນ. ຮ່າງ​ກົດໝາຍ​ກຳນົດ​ໜ້າ​ທີ່​ຕ້ອນຮັບ​ພົນລະ​ເມືອງ​ຂອງ​ຜູ້​ເປັນ​ຫົວໜ້າ​ແມ່ນ​ດີ​ທີ່​ສຸດ ​ແຕ່​ຕ້ອງ​ກຳນົດ​ຢ່າງ​ລະອຽດ​ ​ເພື່ອ​ຫຼີກ​ເວັ້ນສະພາບ​ຜູ້​ເປັນ​ຫົວໜ້າ​ຈະ​ມອຍ​ສິດ​ຕ້ອນຮັບ​ພົນລະ​ເມືອງໃຫ້​ຂັ້ນ​ລຸ່ມຫຼາຍ​ເທື່ອ“.

​ເມື່ອ​ເຕື້ອງ​ເຖິງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການປົກ​ປ້ອງ ​ແລະ ກວດກາ​​ໂລກລະບາດສຳລັບ​ພືດ, ບາງ​ຄຳ​ເຫັນ​ຖື​ວ່າ ກົດໝາຍ​ຕ້ອງ​ກຳນົດ​ສິດ​ປະກາດ​ໂລກລະບາດ​ຂອງ​ບັນດາ​ອົງການ​ກ່ຽວຂ້ອງ​ ​​ແລະ ເງື່ອນ​ໄຂ​ຈຳ​ເປັນ​ເພື່ອ​ສາມາດ​ປະກາດ​ໂລກລະບາດຢ່າງ​ຈະ​ແຈ້ງ .
ກົດໝາຍວ່າດ້ວຍການຕ້ອນຮັບພົນລະເມືອງສົ່ງເສີມປະຊາຊົນປະກອບສ່ວນສ້າງສາປະເທດຊາດ - ảnh 2
ສະພາແຫ່ງຊາດໄດ້ປຶກສາຫາລືບາງເນື້ອໃນຍັງ​ມີ ຄຳ​ເຫັນ​ແຕກ​ຕ່າງ​ກັນ
(ພາບປະກອບ)

ກ່ອນ​ໜ້າ​ນັ້ນໃນຕອນເຊົ້າວັນດຽວກັນສະພາແຫ່ງຊາດໄດ້ປຶກສາຫາລືບາງເນື້ອໃນຍັງ​ມີ ຄຳ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງກົດໝາຍ​ວ່າດ້ວຍ​ການ​ໄກ່​​ເກ່ຍປອງ​ດອງ​ຢູ່​ຂັ້ນ​ຮາກ​ຖານ. ທ່ານ​ນາງ ​ເຈືອງ​ທິມາຍ ຫົວຫນ້າ​ກຳມາ​ທິການ​ກ່ຽວ​ກັບ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ​ໄດ້​ສະ​ເຫ​ນີບົດ​ລາຍງານ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ອະພິປາຍ, ຮັບ​ເອົາ​ຄຳ​ເຫັນ, ປັບປຸງ​ຮ່າງກົດໝາຍ​ວ່າດ້ວຍ​ການ​ໄກ່​​ເກ່ຍປອງ​ດອງ​ຢູ່​ຂັ້ນ​ຮາກ​ຖານ. ຮ່າງ​ກົດໝາຍ​ດັ່ງກ່າວ​ລວມມີ 5 ພາກ, 33 ຂໍ້​ມາດຕາ ​ໄດ້​ຮັບ​​ເອົາ​ຄຳ​ເຫັນ​, ປັບປຸງ​ຕາມ​ທິດ​ບໍ່​ດັດ​ແກ້​ບັນດາ​ຮູບ​ການ​​ໄກ່​ເກ​ຍປອງ​ດອງ​ທີ່​ເໝາະສົມ​ຂອງ​ປະຊາຊົນ​ຢູ່​ຂັ້ນ​ຮາກ​ຖານ​ ຫາກ​ສົ່ງ​ເສີມ​ບັນດາ​ການ​ເຄື່ອນ​ໄຫວ​ນີ້ ​ເພື່ອ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ກໍ​ຄື​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ອົງກາ​ນຈັດ​ຕັ້ງ​, ສ່ວນ​ບຸກຄົນ​ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ວົງ​ຄະນາ​ຍາດ​ກັບ​ວຽກ​ງານ​ໄກ່​ເກ່ຍປອງ​ດອງ​ຢູ່​ຂັ້ນ​ຮາກ​ຖານ. ທີ່​ວາລະ​ປຶກສາ​ຫາລື, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້ສະ​ເຫ​ນີວ່າ: ຮ່າງ​ກົດ​ໝາຍ​ດ່ັ່ງກ່າວ​ຄວນ​​ເອົາ​ໃຈ​ໃສ່, ​ເພີ່ມ​ເຕີມ​ບາງ​ຂໍ້​ກຳນົດ, ສ້າງ​ກົນ​ໄກ​​ເພື່ອ​ມີ​ການ​ປະສານ​ສົມທົບ​ຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າງ​ຫນ່ວຍ​ໄກ່​ເກ່ຍປອງ​ດອງ, ນັກ​ໄກ່​ເກ່ຍປອງ​ດອງ​ກັບ​ບັນດາ​ຮູບ​ການ​ໄກ່​ເກ​ຍປອງ​ດອງ​ອື່ນ​ໆຢູ່​ເຂດ​ຊຸ​ມຊົນ.

 

ຂ່າວ/ບົດ​ອື່ນ