ກົດໝາຍວ່າດ້ວຍການປະກັນສຸຂະພາບ (ສະບັບປັບປຸງ) ຈະເພີ່ມສິດຜົນປະໂຫຍດໃຫ້ແກ່ຜູ້ເຂົ້າຮ່ວມ

ກົດໝາຍວ່າດ້ວຍການປະກັນສຸຂະພາບ (ສະບັບປັບປຸງ) ຈະເພີ່ມສິດຜົນປະໂຫຍດໃຫ້ແກ່ຜູ້ເຂົ້າຮ່ວມ - ảnh 1
(ພາບປະກອບ)

(vovworld) - ຮ່າງກົດໝາຍ​ວ່າ​ດ້ວຍ​​ປະກັນ​ສຸຂະພາບ ສະບັບ​ປັບປຸງ ຈະ​ຊ່ວຍ​​​ເພີ່ມ​ຄວາມ​ມາ​ມາດ​ສຳ​ພັດ​ກັບ​ການ​ບໍລິການ​ສາທາລະນະ​ສຸກ ​ໃຫ້​ແກ່​ບັນດາ​ເປົ້າ​ໝາຍ​ທີ່​ປະສົບ​ກັບ​ຄວາມຫຍຸງ​ຍາກ, ຍົກ​ລະດັບ​ຈຳນວນ​ຜູ້​ຂຶ້ນ​ກັບ​ຄວບ​ຄົວ​ທຸກ​ຍາກ, ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ທີ່​ພວມ​ດຳລົງ​ຊີວິດ​ຢູ່​ບັນດາ​ເຂດ​ເສດຖະກິດ​ສັງຄົມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເປົ້າ​ໝາຍ​ໄດ້​ຊົ​ມ​ໃຊ້​ການ​ອຸດ​ໜູນສັງຄົມຂຶ້ນ​ 100% ​ແທນ​ທີ່ 95% ຄື​ກົດໝາຍ​ພວມ​ປະກາດ​ໃຊ້... ທີ່​ວາ​ລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 6, ປຶກສາ​ຫາລື​ກ່ຽວ​ກັບ​ການ​ປະຕິບັດ​ນະ​ໂຍບາຍ​ກົດ​ໝາຍກ່ຽວ​ກັບ​ປະກັນ​ສຸຂະພາບ​ໄລຍະ 2009 – 2012 ​ແລະ ຮ່າງກົດໝາຍ​ປັບປຸງ, ​ເພີ່ມ​​ເຕີ່​ມບາງຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍປະກັນ​​ສຸຂະພາບ, ​ເຊິ່ງດຳ​ເນີນ​ໃນ​ວັນ​ທີ 25 ກັນຍາ, ຢູ່​ຮ່າ​ໂນ້ຍ. ຄະນະ​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ ​ໃຫ້​ຮູ້​ວ່າ ຮ່າງ​ກົດໝາຍ​ມຸ່ງ​ໄປ​ເຖິງ​ການ​ບັງຄັບ​​ໃຫ້ທຸກ​ເປົ້າ​ໝາຍ​ຕ້ອງ​ເຂົ້າ​ຮ່ວມ​ການ​ປະກັນ​ສຸຂະພາບ ​ເພື່ອ​ຮັບປະກັນ​ສິດ​ຜົນ​ປະ​ໂຍຫດກວດ, ປິ່ນປົວ​ພະຍາດ​ທົ່ວ​ປວງຊົນ. ທ່ານ​ນາງ ​ຟ້າ​ມແຄ໋ງຟອງ​ລານ, ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ.

        “ປະຈຸ​ບັນ, ນະ​ໂຍບາຍ​ປະກັນ​ສຸຂະພາບ​ຂອງ​ພວກ​ເຮົາ​ຍັງ​ບໍ່ທັນ​ມີ​ຄວາມດຶງ​ດູດຢ່າງ​ພຽງພໍ ​ເພື່ອ​ໃຫ້​ປະຊາຊົນ​ເຂົ້າ​ຮ່ວມ​ປະກັນ​ສຸຂະພາບ​ດ້ວຍ​ຄວາມ​ສະໝັກ​ໃຈ. ​ເຫດຜົນສ່ວນ​ຫຼາຍ​ອາດ​ຈະ​ແມ່ນ​ຄຸນະພາບ​ສາທາລະນະ​ສຸກ​ຍັງ​ຈຳກັດ​ຢູ່. ​ເພື່ອ​ແກ້​ໄຂ​ບັນຫາ​ນີ້​ຢ່າງເຖິງ​ຖອງ, ສ້າງ​ພື້ນຖານ​ນິຕິ​ກຳ, ຂ້າພະ​ເຈົ້າ​ສະ​ເໜີ​ກົດໝາຍ​ຕ້ອງ​ເພີ່ມ​ເຕີ່​ມຂໍ້​ກຳນົດ​ກ່ຽວ​ກັບ​ຄຸນ​ນະພາ​ບການ​ບໍລິການ​ສາທາລະນະ​ສຸກ. ພ້ອມ​ທັງ​ຕ້ອງ​ກຳ​ນົດບັນດາ​ເງື່ອນ​ໄຂ​ຈຳ​ເປັນ ​ແລະ ພຽງ​ພໍ​ເພື່ອ​​ໃຫ້ຂະ​ແໜງ​ສາທາລະນະສຸກ​ປະຕິບັດ​​ໄດ້ຄຸນ​ນະພາ​ບຂອງການ​ບໍລິ​ການ​ນີ້.”

ຂ່າວ/ບົດ​ອື່ນ