ກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ): ຕ້ອງສ້າງບາດກ້າວຫັນປ່ຽນໃໝ່ໃນການປະຕິຮູບລະບຽບການບໍລິຫານ

ກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ): ຕ້ອງສ້າງບາດກ້າວຫັນປ່ຽນໃໝ່ໃນການປະຕິຮູບລະບຽບການບໍລິຫານ - ảnh 1
(ພາບປະກອບ)

(vovworld) –  ຕອນ​ເຊົ້າ​ວັນ​ທີ 13/06, ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ຢູ່​ໜ່ວຍ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ (ສະບັບ​ປັບປຸງ), ມີ​ສະມາຊິກ​ສະພາ​ແຫ່ງ​ຊາດ​ບາງ​ທ່ານ​ໄດ້​ຖື​ວ່າ ​ເລື່ອງ​ສ້າງ​ບາດກ້າວ​ຫັນປ່ຽນ​​ໃໝ່​ກ່ຽວ​ກັບ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ ຕ້ອງ​ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງາ​ນຄຸມ​ຄອງ​​ລັດ ສຳລັບ​ການ​ເຄື່ອນ​ໄຫວ​ລົງທຶນ, ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ນັກ​ລົງທຶນ​ເຄື່ອນ​ໄຫວລົງທຶນ​ດ້ວຍ​ລະບຽບ​ການ​ງ່າຍດາຍ​ທີ່​ສຸດ, ລາຍ​ຈາ​ຍຕໍ່າ​ສຸດ. ​ເຫັນ​ດີ​ຕໍ່ກົນ​ໄກ​ໃຫ້​ບຸລິມະສິດ​ໃນ​ຮ່າງ​ກົດໝາຍ, ທ່ານ ​ໂດ້ວັງ​ເຢືອງ, ສະມາຊິກ​ສະພາ​ແຫ່ງ​ຊາດ ນະຄອນ​ໂຮ່ຈິ​ມິນ ຖື​ວ່າ.

        “ຮ່າງ​ກົດໝາຍ​ຕ້ອງ​ກຳນົດ​ມາດຖານ​ການ​ລົງທຶນ​ຢ່າງ​ຈະ​ແຈ້ງ. ຂົງ​ເຂດ​ລົງທຶນ​ຕ້ອງ​ລະອຽດ, ​ແໜ້ນ​ແຟ້ນ. ອຸດສາ​ຫະກຳ​ປຸງ​ແຕງ, ບັນດາ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ (ພວມ​ອ່ອນ​ທີ່​ສຸດ) ຕ້ອງ​ໄດ້​ຮັບ​ບຸລິ​ມະ​ສິດ​ໃນ​ການລົງທຶນ”.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດ່ຽວ​ກັບ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ຮ່າງ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍການ​ປະຕິບັດ​ຄະດີ​ແພ່ງ. ສະມາຊິກ​ສະພາ​ແຫ່ງ​ຊາດ​ບາງ​ທ່ານ​ໄດ້​ຖື​ວ່າ ຮ່າງ​ກົດໝາຍ​ຄວນ​ສ້າງ​ຂັ້ນ​ຕອນ​ລະບຽບ​ການ​ປະຕິບັດ​ຄະດີ​ຢ່າງ​ງ່າຍດາຍ ​ແລະ ມີ​ປະສິດທິ​ຜົນ.

        ​ໃນ​ວາລະ​ປະຊຸມ​ຕອນ​ບ່າຍ​ວັນ​ທີ 13/06, ສະພາ​ແຫ່ງ​ຊາດ​ໄດ້ລົງ​ປະຊາ​ມະຕິຮັບຮອງ​ເອົາ​ຮ່າງ​ກົດໝາຍ​​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕະຂອງ​ກົດໝາຍ​ວ່າ​ດ້ວຍ​ປະກັນສຸຂະພາບ. ຕາມ​ນັ້ນ​ແລ້ວ, ກົດໝາຍ​ສືບ​ຕໍ່​ຢືນຢັນ​ນະ​​ໂຍບາຍ​ປະກັນ​ສຸຂະພາບ​ທົ່ວ​ປວງ​ຊົນ, ກຳນົດ​ການ​ປະກັນ​ສຸຂະພາບ​ແມ່ນ​ການປະກັນ​ບັງ​ຄັບ, ສົ່ງ​ເສີມ​ປະຕິບັດການ​ປະກັນ​ສຸຂະພາບ​ຕາມ​ຄອບຄົວ; ​ເພີ່ມ​ເຕີມ​ກຸ່ມ​ເປົ້າ​ໝາຍ​​ໄດ້​ຮັບປະກັນ​ສຸຂະພາບ​ຈາກອົງການ​ປະກັນ​ສັງຄົມ.​                       

        ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັບ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ຮ່າງ​ມະຕິ​ກ່ຽວ​ກັບ​ການ​ປັບປຸງ, ​ເພີ່ມ​ເຕີມ​ມະຕິ​ເລກທີ 35 ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບການ​ລົງຄະ​ແນນ​ສຽງ​ໄວ້​ວາງ​ໃຈ ​ແລະ ປ່ອນ​ບັດ​ໄວ້​ວາງ​ໃຈ​ສຳ​ຫຼັບ​ຜູ້​ດຳລົງ​ຕຳ​ແໜ່ງໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ ຫຼື​ ໃຫ້​ສັດຕະຍາບັນ.

ຂ່າວ/ບົດ​ອື່ນ