ກົດໝາຍວ່າດ້ວຍກຳມະບານສະບັບປັບປຸງ


ກົດໝາຍວ່າດ້ວຍກຳມະບານສະບັບປັບປຸງ - ảnh 1
ວາລະປະຊຸມເທື່ອທີ 6 ຂອງຄະນະປະຈຳສະພາແຫ່ງຊາດ
ພາບ:internet

(vovworld) - ຕອນ​ເຊົ້າ​ວັນ​ທີ 22/3, ສືບ​ຕໍ່​ວາລະປະຊຸ​ມ​ເທື່ອ​ທີ 6 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບາງ​ບັນຫາ​ສຳຄັນ​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ກຳມະບານ​ສະບັບ​ປັບປຸງ ​ແລະ ຮັບຮອງ​ເອົາ​ຮ່າງ​ລັດຖະບັນຍັດ​ໂຮມ​ເອກ​ະສານ​ນິຕິ​ກຳ​ເປັນ​ຫນຶ່ງ​ດຽວ. ​ເມື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ກຳ​ມະ​ບານ​ສະບັບ​ປັບປຸງ, ບັນດາ​ຜູ້​ແທນ​ຖື​ວ່າ: ກົດໝາຍ​ຄວນ​ກຳນົດ​ສິດ​ເຂົ້າ​ເປັນ​ສະມາຊິກ​ອົງການ​ກຳມະບານ​ຂອງ​ຄົນ​ງານຊຶ່ງ​ແມ່ນ​ຊາວ​ຕ່າງປະ​ເທດ ຖ້າ​​ເຂົາ​ເຈົ້າມີ​ຄວາມ​ສະໝັກ​​ໃຈ, ​ເຄົາລົບ​ກົດ​ລະບຽບ ຂໍ້​ກຳນົດ​ຂອງ​ກຳ​ມະ​ບານ​ຫວຽດນາມ, ​ເຄົາລົບ​ກົດໝາຍ​ຂອງ​ຫວຽດນາມ. ນີ້​ແມ່ນ​ເງື່ອນ​ໄຂ​ເພື່ອ​ປັບປຸງ ​ແລະ ​ເພີ່ມ​ທະວີ​ກຳລັງ​ແຮງ​ຂອງ​ກຳມະບານ. ນອກ​ນັ້ນ ບັນດາ​ຜູ້​ແທນ​ກໍ​ສະ​ເຫ​ນີວ່າ:​ ​ເລື່ອງ​ນຳ​ໃຊ້​ແຫ​ລ່ງ​ເງິນ​ກຳ​ມະ​ບານ​ຕ້ອງ​ຖືກ​ກັບ​ຈຸດປະສົງ, ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ຄົນ​ງານ​ໃຫ້​ຖືກ​ກັບ​ກົດໝາຍ. ກ່ຽວຂ້ອງ​ເຖິງ​ຂໍ້​ກຳນົດ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ການຈັດ​ຕັ້ງ ​ແລະ ນຳພາ​ການ​ຢຸດ​ງານ​ຂອງ​ກຳມະບານ​ຄື​ໃນ​ຮ່າງ​ກົດໝາຍ​ໄດ້​ກຳນົດ, ບັນດາ​ສະມາຊິກ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຖື​ວ່າ: ​ໃນ​ບັນດາ​ກໍລະນີ​ທີ່​ຈຳ​ເປັນ ກຳມະບານ ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ຈັດ​ຕັ້ງ ​ແລະ ນຳພາ​ການ​ຢຸດ​ງານ​ເພື່ອ​ຮັບປະກັນ​ການ​ຢຸດ​ງານ​ນັ້ນ​ປະຕິບັດ​ຢ່າງ​ຖືກຕ້ອງ​ກັບ​ກົດໝາຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວນ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ຜູ້ນຳ​ໃຊ້​ຄົນ​ງານ,​ ຄົນງານ ​ແລະ ກຳ​ມະ​ບານ​ຢ່າງ​ຄົບ​ຊຸດ. ​ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ຮັບຮ​ອງ​ເອົາ​ຮ່າງລັດຖະບັນຍັດ​ໂຮມ​ເອກະສານ​ນິຕິ​ກຳ​ເປັນ​ຫນຶ່ງ​ດຽວ.

ຕອບກັບ

ຂ່າວ/ບົດ​ອື່ນ