ກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) ເລີ່ມມີຜົນສັກສິດ

ກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) ເລີ່ມມີຜົນສັກສິດ - ảnh 1

ກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) ປີ 2013
(ພາບ: ອິນເຕີແນດ)

(vovworld) – ​ເລີ່ມແຕ່ວັນທີ 1/5, ກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) ມີຜົນສັກສິດ. ຕາມນັ້ນແລ້ວ, ມີຫຼາຍຂໍ້ມາດຕາໄດ້ຮັບການ ປັບປຸງ, ເພີ່ມເຕີມ ຮັບປະກັນສິດຜົນປະໂຫຍດຂອງຄົນງານກວ່າ. ໂດຍ ລະອຽດແມ່ນ, ຄົນ​ງານ​ຍິງ​ໄດ້​ພັກ​ຄອດ​ລູກ 6 ​ເດືອນ, ກ່ອນ​ນີ້​ແມ່ນ 4 ​ເດືອນ. ວັນພັກ​ການ, ວັນ​ບຸນ​ກໍ່​ໄດ້​ເພີ່ມ​ຂຶ້ນ ​ຈາກ 9 ​ເຖິງ 10 ວັນ. ກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) ຍັງ​ກຳນົດ​ເງິນ​ເດືອນ​ໃນ​ໄລຍະ​​ເ​ເຝິກງານ​ຂອງ​ຄົນ​ງານ​ຈາກ 70% ຄື​ໃນ​ປະຈຸ​ບັນຂຶ້ນ 85%. ກ່ຽວ​ກັບ​ເວລາ​ໄດ້​ພັກ​ກິນ​ເບ້ຍ​ບຳນານ​ຍັງ​ກຳນົດ​ 60 ປີ ສຳລັບ​ຜູ້​ຊາຍ ​ແລະ 55 ປີສຳລັບ​ຜູ້ຍິງ. ​ແຕ່​ອີງ​ໃສ່​ສະພາບ​ຕົວ​ຈິງ, ຄົນ​ງານ​ສາມາດ​ພັກ​ກິນ​ເບ້​ຍບຳນານ​ໃນ​ອາຍຸ​ຕຳ່​ກວ່າ ຫຼື​ສູງ​ກວ່າ​ກຳນົດ​ຂອງ​ລັດຖະບານ​ແຕ່​ບໍ່​ເກີນ 5 ປີ. ກ່ຽວ​ກັບ​ສິ່ງ​ດັ່ງກ່າວ. ທ່ານ​ນາງ ຟ້າ​ມທິຫາຍ​ຈ່ຽນ, ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

“ກ່ຽວ​ກັບ​ອາຍຸ​ພັກ​ກິນ​ເບ້ຍ​ບຳນານ, ​​ໄດ້​ມອບ​ໃຫ້​ລັດຖະບານ​ຄົ້ນ​ຄ້ວາ ກຳນົດບາງ​ກໍລະນີ​ພິ​ເສດ​ທີ່​ສາມາດ​ແກ່ຍາວ​ອາຍຸ​ພັກ​ກິນ​ເບ້ຍ​ບຳນານ ​ເມື່ອ​ທຽບ​ໃສ່​ກຳນົດ​ຂອງ​ກົດໝາຍ. ນັ້ນ​ແມ່ນ​ບັນດາ​ຜູ້​ຄຸ້ມ​ຄອງ, ຜູ້​ມີ​ລະດັບ​ຄວາມ​ຮູ້​ສູງ ​ແລະ ບາງ​ກໍລະນີ​ພິ​ເສດ. ​ເປັນ​ອັນວ່າ​ສາມາດ​ຕອບ​ສະໜອງ​ໄດ້​ສ່ວນ​ໃດ​ສ່ວນ​ໜຶ່ງ​ການ​ນຳ​ໃຊ້​ປັນຍາ​ຂອງ​ຜູ້​ມີ​ລະດັບ​ຄວາມ​ຮູ້, ທີ​ສອງ​ແມ່ນ​ປະກອບສ່ວນ​ແກ້​ໄຂ​ບັນດາ​ບັນຫາ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ ຊາຍ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​​ເດັກນ້ອຍ​ສືບ​ຕໍ່​ມີ​ກາລະ​ໂອກາດ​ເພື່ອ​ພັດທະນາ.“

ຂ່າວ/ບົດ​ອື່ນ