ກນເຄື່ອນໄຫວ ຕອບສະໜອງວັນ ທົ່ວປວງຊົນບໍລິຈາກເລືອດ ໂດຍສະໝັກໃຈ

ກນເຄື່ອນໄຫວ ຕອບສະໜອງວັນ ທົ່ວປວງຊົນບໍລິຈາກເລືອດ ໂດຍສະໝັກໃຈ - ảnh 1
ການບໍລິຈາກເລືອດ ໂດຍສະໝັກໃຈ
(ພາບ: baomoi.com)
Vovworld- ຕອນ​ເຊົ້າ​ວັນ​ທີ 7/4 ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດ​ພິທີ​ໂຮມ​ຊຸມນຸມ​ມິດ​ຕິງ​ຕອບ​ສະໜອງ​ວັນ​ທົ່ວ​ປວງ​ຊົນ​ບໍລິຈາກ​ເລືອດ​ໂດຍ​ສະໝັກ​ໃຈ (7/4) ​ແລະ ລາຍການ​ບໍລິຈາກ​ເລືອດ​ພິ​ເສດ​ທີ່​ມີ​ຊື່ວ່າ“ຂອງ​ຂວັນ​ເດືອນ​ເມສາ”.  ປີ​ນີ້​ດ້ວຍ​ສານ​ທີ່​ວ່າ       “ ​ເລືອດ​ເພື່ອ​ກອບ​ກູ້​ເອົາ​ຊີວິດ​ມະນຸດ - ​ເລີ່​ມຈາກ​ນັກ​ຄຸ້ມ​ຄອງ ” ​ໄດ້​ເປັນ​ການ​ສືບ​ຕໍ່​ຢັ້ງຢືນ ​ແລະ ​ເນັ້ນ​ໜັກ​ເຖິງ​ບົດບາດ​ສຳຄັນ​ຂອງ​ນັກ​ຄຸ້ມ​ຄອງ​ບັນດາ​ອົງການ​ສຳນັກງານ​ໃນ​ການ​ອອກ​ຂໍ້​ຕົກລົງ​ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ຂະ​ບວນການ​ບໍລິຈາ​ກ​ເລືອດ​ໂດຍ​ສະ​ໝັກ​ໃຈ. ທ່ານ Nguyen Anh Tri ຫົວໜ້າ​ສະ​ຖາ​ບັນ​ເລືອດ​ວິທະຍາ ​ແລະ ສົ່ງ​ເລືອດ​ສູນ​ກາງ​ຖື​ວ່າ:

   “ ບັນ​ດາ​ວັນ​ບຸນ​ບໍລິຈາກ​ເລືອດ​ແມ່ນ​ສຳຄັນ​ທີ່​ສຸດ, ​ເພາະ​ມັນ​ໄດ້​ສ້າງ​ກຳລັງ​ຊຸກຍູ້​ຂະ​ບວນການ​ບໍລິ​ຈາກ​ເລືອດ​ໂດຍ​ມະນຸດສະທຳ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ໂອກາດ​ຮັບ​ເອົາ​ເລືອດ​ຢ່າງຫຼວງ​ຫຼາຍ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ການ​ທະວີ​ຄຸນ​ໃນ​ສັງຄົມ​ອີກ​ດ້ວຍ. ທາງ​ດ້ານ​ວິຊາ​ການ​, ນີ້ຍັງ​ແມ່ນ​ວັນ​ສະ​ສົມ​ເລືອດ​ເພື່ອ​ຮັບ​ມື​ກັບ​ເຫດ​ຮ້າຍ​ເມື່ອ​ເກີດ​ຂຶ້ນ” .

   ​ໃນ​ຂະນະ​ດຽວ​ກັນ, ຢູ່​ນະຄອນ ​ໂຮ​ຈິ​ມິນ, ​ແລະ ​ແຂວງ​ຕ່າງໆ​ຄື ​ເງະ​ອານ, ຈາ​ວິ​ງ, ​ເລີມ​ດົງ, ດົງ​ນາຍ, ບີ​ງ​ເຢືອງ, ຟູ້ອຽນ ​ແລະ ອື່ນໆ​ກໍ​ລ້ວນ​ແຕ່ມີ​ການ​ເຄື່ອນ​ໄຫວ ບໍລິຈາ​ກ​ເລືອດ​ໂດຍ​ສະ​ໝັກ​ໃຈ​ເຊັ່ນ​ດຽວ​ກັນ.

 

ຂ່າວ/ບົດ​ອື່ນ