ກູ​ບາ ແລະ​ ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ

(VOVWORLD) - ກູບາ ແລະ ລາວ ຫາກໍ່ເຊັນຂໍ້ຕົກລົງກ່ຽວກັບການຮ່ວມມື 4 ສະບັບ, ເນື່ອງໃນໂອກາດການຢ້ຽມຢາມລາວ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີກູບາ Manuel Marrero Cruz.
 

    ພາຍຫຼັງການພົບປະເຈລະຈາທາງການໃນວັນທີ 3 ຕຸລາລະຫວ່າງ ທ່ານນາຍົກລັດຖະມົນຕີກູບາ Manuel Marrero Cruz ແລະ ຄູ່ຮ່ວມຕຳແໜ່ງລາວ, ທ່ານ ພັນຄຳ ວິພາວັນ, ສອງຝ່າຍໄດ້ເຊັນບັນດາຂໍ້ຕົກລົງກ່ຽວກັບການຮ່ວມມືໃນຂົງເຂດການສຶກສາຂັ້ນມະຫາວິທະຍາໄລ, ກະສິກຳ ແລະ ສາທາລະນະສຸກ. ເນື່ອງໃນໂອກາດນີ້, ກູບາ ແລະ ລາວ ໄດ້ເຫັນດີເປັນເອກະສັນ ຈະເພີ່ມທະວີ ແລະ ເປີດກ້ວາງການຮ່ວມມືມິດຕະພາບ ແລະ ການຮ່ວມມືສອງຝ່າຍ.

    ຕາມແຜນການ, ຜູ້ນຳລັດຖະບານກູບາ ຈະພົບປະກັບທ່ານເລຂາທິການໃຫ່ຍພັກ ປຊຊ ປະຕິວັດລາວ, ປະທານປະເທດລາວ ທອງລຸນ ສີສຸລິດ; ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ; ໄປຢ້ຽມຢາມບໍລິສັດກະສິກຳແຫ່ງໜຶ່ງ, ເຂດພັດທະນາ ແລະ ໂຮງຮຽນມິດຕະພາບກູບາ-ລາວ ຊື່ງແມ່ນແຫ່ງຕັ້ງອະນຸສາວະລີນັກວິລະຊົນແຫ່ງຊາດກູບາ José Martí.

ຕອບກັບ

ຂ່າວ/ບົດ​ອື່ນ