ກູບາ ແລະ ອາເມລິກາເຫັນດີເປັນເອກະພາບຟື້ນຟູສາຍການບິນໂດຍກົງ

ກູບາ ແລະ ອາເມລິກາເຫັນດີເປັນເອກະພາບຟື້ນຟູສາຍການບິນໂດຍກົງ - ảnh 1

ກູ​ບາ ​ແລະ ອາ​ເມ​ລິ​ກາ​ເຫັນ​ດີ​ເປັນ​ເອກະ​ພາບ​ຟື້ນ​ຟູ​ສາຍ​ການບິນ​ໂດຍ​ກົງ
(ພາບ: ອິນເຕີແນດ)

(vovworld) - ວັນ​ທີ 13/2, ລັດຖະບານ ກູ​ບາ ​​ຢືນຢັນ​ວ່າ​ໄດ້​ບັນລຸ​ຂໍ້​ຕົກລົງ​ສອງ​ຝ່າຍ​ກັບ​ ອາ​ເມ​ລິ​ກາ ກ່ຽວ​ກັບ​ເລື່ອງ​ເປີດ​ສາຍ​ການບິນ​ໂດຍ​ກົງ​ລະຫວ່າງ​ສອງ​ປະ​ເທດ, ​ແລະ ບັນດາ​ຖ້ຽວ​ບິນ​ແມ່ນ​ຂຶ້ນ​ກັບ​ຄວາມ​ຕ້ອງການ​ໄປ​ມາ​ລະຫວ່າງ​ສອງ​ຝ່າຍ. ​ແຈ້ງ​ການ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ກູ​ບາ​ໃຫ້​ຮູ້​ວ່າ, ສອງ​ຝ່າຍ​ອາດ​ຈະ​ລົງ​ນາມ​ໃນຂໍ້​ຕົກລົງ​ທາງ​ການ​ໃນ​ວັນ​ທີ 16/2 ຢູ່​ນະຄອນຫຼວງ ລາ​ຮາ​ວານ. ກ່ອນ​ໜ້າ​ນັ້ນ, ​ເດືອນ 12/2015, ວໍ​ຊິງ​ຕັນ​ໄດ້​ແຈ້ງ​ແຜນການ​ຟື້ນ​ຟູ​ບັນດາ​ຖ້ຽວ​ບິນ​ການ​ຄ້າ​ເຖິງ​ ກູ​ບາ ກົງ​ກັບ​ໂອກາດ​ສະ​ເຫຼີ​ມສະຫຼອງ 1 ປີ ທີ່​ ອາ​ເມ​ລິ​ກາ ​ແລະ ກູ​ບາ​ຕົກລົງ​ສ້າງ​ການ​ພົວພັນ​ເປັນ​ປົກກະຕິ, ພາຍຫຼັງ​ຖືກ​ຕັດ​ຕອນ​ມາເປັນ​ເວລາ​ເຄິ່ງກວ່າ​ສະຕະວັດ. ດ້ວຍ​ເລື່ອງ​ລົງ​ນາມ​ໃນຂໍ້​ຕົກລົງຟື້ນ​ຟູ​ສາຍ​ການບິນ​ໂດຍ​ກົງນີ້, ກູ​ບາຫວັງ​ວ່າ, ຈຳນວນ​ນັກ​ທ່ອງ​ທ່ຽວ​ ອາ​ເມ​ລິ​ກາມາ​ຢ້ຽມຢາມກູ​ບາ​ຈະ​ເພີ່ມ​ຂຶ້ນ​ຢ່າງ​ໄວ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ