ກຸ່ມ 4 ປະ​ເທດ “Normandy" ໝັ້ນ​ໝາຍ ມີ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ຢ່າງ​ເປັນ​ເອ​ກະ​ພາບ​ໃນ​ທ້າຍ​ເດຶອນ​ກັນ​ຍາ 2020

(VOVWORLD) -ກອງປະຊຸມສຸດຍອດກຸ່ມ 4 ປະເທດ Normandy ຄັ້ງຈະມາເຖິງ ຈະໄດ້ຈັດຂຶ້ນໃນທ້າຍເດືອນກັນຍານີ້.

 

ກຸ່ມ 4 ປະ​ເທດ “Normandy ຜູ້ຕາງໜ້າກຸ່ມ 4 ປະເທດ Normandy ເຊິ່ງລວມມີ ລັດເຊຍ, ຝລັ່ງ, ເຢຍລະມັນ ແລະ ຢູແກຼນ (ພາບ: TTXVN)

          ກ່າວຄຳເຫັນຕໍ່ໜ້າສື່ມວນຊົນເມື່ອວັນທີ 12 ກັນຍາ, ທ່ານຮອງຫົວໜ້າຫ້ອງວ່າການວັງ Kremlin, ທ່ານ Dmitry Kozak ໃຫ້ຮູ້ວ່າ ຜູ້ຕາງໜ້າກຸ່ມ 4 ປະເທດ Normandy ເຊິ່ງລວມມີ ລັດເຊຍ, ຝລັ່ງ, ເຢຍລະມັນ ແລະ ຢູແກຼນ ບໍ່ບັນລຸບາດກ້າວບຸກທະລຸໃດໆໃນການເຈລະຈາຢູ່ ແບກລິນ ປະເທດ ເຢຍລະມັນ ກ່ຽວກັບການແກ້ໄຂການປະທະກັນຢູ່ພາກຕາເວັນອອກ ຢູແກຼນ.

          ເຖິງຢ່າງໃດກໍຕາມ, ທ່ານ Dmitry Kozak ຍັງໃຫ້ຮູ້ວ່າ ບັນດາຜູ້ຕາງໜ້າທີ່ໄດ້ເຂົ້າຮ່ວມກອງປະຊຸມ ໄດ້ເຫັນດີເປັນເອກະສັນສືບຕໍ່ເຈລະຈາທຸກໆບັນຫາ ແລະ ໃຫ້ຄຳໝັ້ນສັນຍາ ຈະຍົກອອກບັນດາວິທີການແກ້ໄຂຢ່າງເປັນເອກະພາບໃນທ້າຍເດືອນກັນຍານີ້. ບັນດາຝ່າຍກໍເປັນເອກະພາບກັນ ຈະສະໜັບສະໜູນກົນໄກຢຸດຍິງ, ໝັ້ນໝາຍມີບັນດາມາດຕະການເພີ່ມເຕີມ ເຊິ່ງໄດ້ຮັບການຮັບຮອງເອົາເມື່ອເດືອນກໍລະກົດຜ່ານມາ ເຊິ່ງປະຕິບັດຢ່າງບໍ່ມີເງື່ອນໄຂ ແລະ ບັນດາກົນໄກນັ້ນ ຮັບປະກັນລະບອບຢຸດຍິງຈະໄດ້ຮັບການປະຕິບັດຈາກທັງສອງຝ່າຍ.

          ຕາມແຜນການທີ່ໄດ້ປະກາດ, ກອງປະຊຸມສຸດຍອດກຸ່ມ 4 ປະເທດ Normandy ຄັ້ງຈະມາເຖິງ ຈະໄດ້ຈັດຂຶ້ນໃນທ້າຍເດືອນກັນຍານີ້.

ຕອບກັບ

ຂ່າວ/ບົດ​ອື່ນ