ກຸ່ມ P5+1 ຊຸກຍູ້ ອີຣານ ດຳເນີນການເຈລະຈາ ທີ່ບໍ່ມີເງື່ອນໄຂຕັດສິນສິຂາດ

ກຸ່ມ P5+1  ຊຸກຍູ້ ອີຣານ ດຳເນີນການເຈລະຈາ ທີ່ບໍ່ມີເງື່ອນໄຂຕັດສິນສິຂາດ - ảnh 1

ອີຣານ ທົດ​ລອງ​ຍິງ​ລູກ​ສອນ​ໄຟ

(ພາບ:giaoduc.net)

( vovworld ) – ວັນ​ທີ 8/3, ກຸ່ມ 5 ປະ​ເທດ​ປະຈຳ​ສະພາ​ຄວາມໝັ້ນຄົງ​ສະຫະ​ປະຊາ​ຊາດ ພ້ອມ​ກັບ​ເຢຍລະ​ມັນ (ກຸ່ມ P5+1 ) ​ໄດ້​ເຂົ້າຮ່ວມ​ການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍຂອງ ອີຣານ ​ໄດ້​ຮຽກຮ້ອງ​ໃຫ້​ເຕ​ເຮຣານ ຈົ່ງ​ກັບ​ຄືນ​ສູ່​ໂຕະ​ເຈລະຈາ ​ແຕ່ “ບໍ່​ພ້ອມ​ກັບ​ບັນດາ​ເງື່ອນ​ໄຂ​ຕັດສິນ​ສິຂາດ“. ກຸ່ມ P5+1 (ລວມມີອາ​ເມ​ລິ​ກາ, ຈີນ, ລັດ​ເຊຍ, ຝະລັ່ງ, ອັງກິດ ພ້ອມ​ກັບ​ເຢຍລະ​ມັນ) ​ໄດ້​ຍົກ​ອອກ​ຄຳ​ຮຽກຮ້ອງ​ດັ່ງກ່າວ ​ໃນ​ຖະ​ແໜງ​ການ​ຮ່ວມ ທີ່​ການ​ປະຊຸມ​ປະຈຳ​ຂອງ​ຄະນະ​ນຳ​ອົງການ​ພະລັງງານ​ປະລາມາ​ນູສາກົນ (IAEA) ຢູ່​ນະຄອນຫຼວງ ວຽນ ປະ​ເທດ​​ໂອ​ຕາ​ລິດ. ກ່ອນ​ໜ້ານັ້ນ, ຄະນະ​ຜູ້​ແທນ​ຂັ້ນສູງກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ ສະຫະພາບ​ເອີ​ລົບ, ທ່ານ​ນາງ Catherine Ashton ​ໃຫ້​ຮູ້​ວ່າ ກຸ່ມ P5+1 ​ໄດ້​ຮັບ​ຮູ້​ຂໍ້​ສະ​ເໜີ​ຂອງ ອີຣານ ກ່ຽນກັບ​ການ​ເຊື່ອມ​ຕໍ່​ການ​ເຈລະຈາ ພາຍຫລັງ​ຖືກ​ຈົນ​ຕະ​​ແຈ​ມາ​ເປັນ​ເວລາ​ຫຼາຍ​ເດືອນ.

   ຖະ​ແໜງ​ການ​ຮ່ວມຂອງກຸ່ມ P5+1 ​ເນັ້ນໜັກ​ວ່າ ການ​ຄັ້ງເຈລະຈາ​ທີ່​ຈະ​ມາ​ເຖິງສຸມ​ໃສ່​ໂຄງການ​ນີວ​ເຄຼຍຂອງ ອີຣານ, ຕ້ອງມີ​ຄວາມ​ເຂັ້ມງວດ​ຢ່າງ​ແທ້​ຈິງ, “ບໍ່​ພ້ອມ​ກັບ​ບັນດາ​ເງື່ອນ​ໄຂ​ຕັດສິນ​ສິຂາດ“ ​ແລ​ະ ນະ​ມາ​ເຊີ່ງ “ບັນດາ​ຜົນງານ​ລະອຽດ“. ຖະ​ແຫຼ​ງການ​ກໍ​ຊີ້​ແຈ້ງວ່າ ກຸ່ມ P5+1 ພ້ອມ​ແລ້ວ​ທີ່​ຈະ​ເຈລະຈາ ບົນ​ພື້ນຖານ​ເຫັນ​ວ່າ ບັນດາ​ການ​ເຈລະຈາ ຈະ​ແກ້​ໄຂ​ຄວາມ​ວິຕົກ​ກັງວົນ​ຂອງ​ປະຊາ​ຄົມ​ໂລກ ​ແລະ ​ຈະ​ແລກປ່ຽນກ່ຽວ​ກັບ​ບັນດາ​ມາດ​ຕະການ​ລະອຽດ​ຢ່າງ​ເຂັ້ມງວດ ​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ.

 

ຂ່າວ/ບົດ​ອື່ນ