ກຸ່ມ ”ບັນດາເພື່ອນມິດຂອງຊີຮີ” ປຶກສາຫາລືມາດຕະການລົງໂທດ Damacus

ກຸ່ມ ”ບັນດາເພື່ອນມິດຂອງຊີຮີ” ປຶກສາຫາລືມາດຕະການລົງໂທດ Damacus - ảnh 1
ການປະຊຸມກຸ່ມ ”ບັນດາ​ເພື່ອນ​ມິດ​ຂອງ​ຊີ​ຮີ” ປຶກສາ​ຫາລື​ມາດ​ຕະການ​ລົງ​ໂທດ Damacus
ດຳເນີນໃນສະພາບການໃຊ້ຄວາມຮຸນແຮງສືບຕໍ່ປິນຂັ້ນໄດ (ພາບ: Reuters)

(vovworld) - ວັນ​ທີ 20/09, ມີ​ນັກ​ການ​ທູດ​ກວ່າ 60 ທ່ານ ທີ່​ມາ​ຈາກ​ບັນດາ​ປະ​ເທດ​ໃນ​ກຸ່ມ ”ບັນດາ​ເພື່ອນ​ມິດ​ຂອງ​ຊີ​ຮີ”​ ໄດ້​ຈັດການ​ປະຊຸມ​ຢູ່​ມໍ່​ກັບ​ນະຄອນ Hague ປະ​ເທດຮອນ​ລັງ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ລົງ​ໂທດ​ດ້ານ​ເສດຖະກິດ​ສຳ​ຫຼັບ​ລະບອບ​ກຳ​ອຳນາດ​ຢູ່ Damacus. ການ​ປະຊຸມ​ຄັ້ງ​ນີ້​ເພື່ອ​ແນ​ໃສ່​ສຸມ​ໃສ່​ປະຕິບັດ​ບັນດາ​ມາດ​ຕະການ​ລົງ​ໂທດ​ໃນ​ປະຈຸ​ບັນ ​ເຊິ່ງລວມມີ​ການ​ເກືອດ​ຫ້າມ​ຂົນ​ສົ່ງ​ອາວຸດ ​ແລະ ນ້ຳມັນ​ເຊື້ອ​ໄຟ. ກ່າວ​ຄວາມ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຮອນ​ລັງ Uri Rosenthal ຖື​ວ່າ ”ບັນດາ​ມາດ​ຕະການ​ລົງ​ໂທດ​ດ້ານ​ການ​ເງິນ​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ກຳລັງ​ແຮງ​ດ້ານ​ການ​ທະຫານ​ຂອງ​ອຳນາດ​ການ​ປົກຄອງ Damacus ຫຼຸດ​ລົງ​ເທົ່າ​ນັ້ນ, ຫາກ​ຍັງ​ເພື່ອ​ແນ​ໃສ່​ໂຄ່ນ​ລົ້ມ​ປະທານາທິບໍດີ Basha al – Assad ອີກ​ດ້ວຍ”. ທ່ານ Rosenthal ​ເນັ້ນ​ໜັກ​ວ່າ, ປະ​ເທດ​ຕ່າງໆ​ຄວນ​ສົມທົບ​ກັນ ​ເພື່ອ​ເຮັດ​ໃຫ້​ລະບອບ​ຂອງ​ປະທານາທິບໍດີ Assad ຕົກ​ຢູ່​ໂດດ​ດຽວ.

ຂ່າວ/ບົດ​ອື່ນ