ກົມ​ການ​ບິນ ຫວຽດ​ນາມ ສະ​ເໜີ​ໃຫ້​ເພີ່ມ​ຈຳ​ນວນຖ້ຽວ​ບິນ​ຢູ່​ພາຍ​ໃນ​ປະ​ເທດ

(VOVWORLD) -ກົມການບິນ ຫວຽດນາມ ສະເໜີໃຫ້ກະຊວງຄົມມະນາຄົມ ແລະ ຂົນສົ່ງ ອະນຸຍາດໃຫ້ເປັນເຈົ້າການພິຈາລະນາກ່ຽວກັບການເພີ່ມຈຳນວນຖ້ຽວບິນຂຶ້ນ ເພື່ອຕອບສະໜອງຄວາມຕ້ອງການໄປມາຂອງປະຊາຊົນໃນຍາມບຸນເຕັດປະຈຳຊາດປີຂານ 2022.
ກົມ​ການ​ບິນ ຫວຽດ​ນາມ ສະ​ເໜີ​ໃຫ້​ເພີ່ມ​ຈຳ​ນວນຖ້ຽວ​ບິນ​ຢູ່​ພາຍ​ໃນ​ປະ​ເທດ - ảnh 1(ພາບ: TTXVN)

ຕາມການສະຖິຕິຂອງກົມການບິນ ຫວຽດນາມ ແລ້ວ, ໄລຍະແຕ່ວັນທີ 29 ທັນວາ 2021 ຫາວັນທີ 10 ມັງກອນ 2022, ບັນດາບໍລິສັດການບິນ ຫວຽດນາມ ໄດ້ຂຸດຄົ້ນ 45.000 ຖ້ຽວບິນ, ຂົນສົ່ງຜູ້ໂດຍສານກວ່າ 547.000 ຄົນ. ຄວາມຕ້ອງການຂອງຜູ້ໂດຍສານແຕ່ນະຄອນ ໂຮ່ຈີມິນ ໄປຍັງ ຮ່າໂນ້ຍ ແລະ ແຕ່ ນະຄອນໂຮ່ຈີມິນ ໄປ-ກັບບັນດາແຂວງເຂດ ໄຕງວຽນ, ພາກກາງ, ພາກເໜືອ ໃນໄລຍະນີ້ ໄດ້ເພີ່ມຂຶ້ນສູງ ໂດຍກວມເອົາ 70% ບ່ອນນັ່ງທັງໝົດຂອງຖ້ຽວ. ເພື່ອຕອບສະໜອງຄວາມຕ້ອງການສັນຈອນໄປ - ມາຂອງປະຊາຊົນຢູ່ພາຍໃນປະເທດໃຫ້ໄດ້ຢ່າງສຸດຂີດນັ້ນ, ກົມການບິນ ຫວຽດນາມ ສະເໜີໃຫ້ກະຊວງຄົມມະນາຄົມ ແລະ ຂົນສົ່ງ ອະນຸຍາດໃຫ້ເປັນເຈົ້າການພິຈາລະນາກ່ຽວກັບການເພີ່ມຈຳນວນຖ້ຽວບິນຂຶ້ນ ເພື່ອຕອບສະໜອງຄວາມຕ້ອງການໄປມາຂອງປະຊາຊົນໃນຍາມບຸນເຕັດປະຈຳຊາດປີຂານ 2022.


ຕອບກັບ

ຂ່າວ/ບົດ​ອື່ນ