ກົມການເມືອງຄະນະບໍລິຫານງານສູນກາງພັກກອມມູນິດຈີນ ຊຸດທີ 19 ຊຸກຍູ້ຮັບປະກັນການນຳພາຂອງພັກກອມມູນິດ

(VOVWORLD) - ບັນດາກຳມະການກົມການເມືອງ ໄດ້ເປັນເອກະພາບສຳລັບການດັດປັບກ່ຽວກັບການຮັບປະກັນ ແລະ ເພີ່ມທະວີການນຳພາລວມສູນ ແລະ ເປັນເອກະພາບຂອງຄະນະບໍລິຫານງານສູນກາງພັກກອມມູນິດຈີນ

ກົມການເມືອງຄະນະບໍລິຫານງານສູນກາງພັກກອມມູນິດຈີນ ຊຸດທີ 19 ຊຸກຍູ້ຮັບປະກັນການນຳພາຂອງພັກກອມມູນິດ - ảnh 1ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຈັດຕັ້ງໃນວັນທີ 24 ຕຸລາ

(ພາບ: ສຳນັກຂ່າວສານຊີນຮວາ/ສຳນັກຂ່າວສານ ຫວຽດນາມ)

ວັນທີ 27 ຕຸລາ, ທີ່ກອງປະຊຸມໂດຍທ່ານ ສືຈີ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ຈີນ ເປັນປະທານ, ກົມການເມືອງຄະນະບໍລິຫານງານສູນກາງພັກກອມມູນິດຈີນ ຊຸດທີ 19 ໄດ້ພິຈາລະນາຄືນບັນດາເອກະສານເພື່ອແນໃສ່ຮັບປະກັນການນຳພາລວມສູນ, ເປັນເອກະພາບຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ແລະ ປະຕິບັດບັນດາຂໍ້ກຳນົດກ່ຽວກັບການປະຢັດມັດທະຢັດຢ່າງ ຄົບຖ້ວນ. ບັນດາກຳມະການກົມການເມືອງ ໄດ້ເປັນເອກະພາບສຳລັບການດັດປັບກ່ຽວກັບການຮັບປະກັນ ແລະ ເພີ່ມທະວີການນຳພາລວມສູນ ແລະ ເປັນເອກະພາບຂອງຄະນະບໍລິຫານງານສູນກາງພັກກອມມູນິດຈີນ. ບັນດາສິ່ງດັ່ງກ່າວຈະຮັບປະກັນຢ່າງໜັກແໜ້ນບົດບາດແກ່ນສານຂອງທ່ານເລຂາທິການໃຫຍ່ ສືຈີ້ນຜິງ ໃນຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ກໍ່ຄືຂອງທົ່ວພັກ. ຖະແຫຼງການກໍ່ເນັ້ນໜັກວ່າ, ບັນດາກຳມະການກົມການເມືອງ ຈະມີສິດປະຕິບັດວິໄນບັນດາສະມາຊິກພັກຂຶ້ນກັບສິດຄຸ້ມຄອງຂອງເຂົາເຈົ້າ, ແຕ່ລະປີ, ແມ່ນຍື່ນສະເໜີບົດລາຍງານວຽກງານຂອງບັນດາສະມາຊິກພັກ ຕໍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ ແລະ ທ່ານເລຂາທິການໃຫຍ່ ສືຈີ້ນຜິງ, ກໍ່ຄືການປະຕິບັດບັນດາຂໍ້ກຳນົດຢ່າງເປີດເຜີຍຂອງພັກກອມມູນິດຈີນ.

 

ຕອບກັບ

ຂ່າວ/ບົດ​ອື່ນ