ກົມການເມືອງໃຫ້ຄຳເຫັນກ່ຽວກັບການກະກຽມກອງປະຊຸມໃຫຍ່ຜູ້ແທນຄັ້ງທີ16ອົງຄະນະພັກນະຄອນຮ່າໂນ້ຍ

ກົມການເມືອງໃຫ້ຄຳເຫັນກ່ຽວກັບການກະກຽມກອງປະຊຸມໃຫຍ່ຜູ້ແທນຄັ້ງທີ16ອົງຄະນະພັກນະຄອນຮ່າໂນ້ຍ - ảnh 1
ກົມ​ການ​ເມືອງ ໄດ້​ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ​ຄະ​ນະ​ພັກ​
ນະ​ຄອນ​ຮ່າ​ໂນ້ຍ

(vovworld)- ວັນ​ທີ 25/9, ກົມ​ການ​ເມືອງ ໄດ້​ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ​ຄະ​ນະ​ພັກ​ນະ​ຄອນ​ຮ່າ​ໂນ້ຍ ກ່ຽວ​ກັບ​ການ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ເອ​ກະ​ສານ ແລະ ວຽກ​ງານ​ກະ​ກຽມ​ບຸກ​ຄະ​ລາ​ກອນກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ຄັ້ງ​ທີ 16 ຂອງ​ອົງ​ຄະ​ນະ​ພັກ​ນະ​ຄອນ ຮ່າ​ໂນ້ຍ. ພາ​ຍ​ຫລັງ​ຮັບ​ຟັງ​ຄຳ​ເຫັນ​ຈາກ​ກົມ​ການ​ເມືອງ ແລະ ບັນ​ດາ​ຄະ​ນະ​ຂະ​ແຫນງ​ການ​ສູນ​ກາງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຊີ້​ແຈ້ງວ່າ: ບົນ​ພື້ນ​ຖານ​ໄຈ້​ແຍກ​ຂໍ້​ຄົງ​ຄ້າງ, ຈຳ​ກັດ, ສະ​ພາບ​ການ, ຄວນ​ຕີ​ລາ​ຄາ​ຖືກ​ຕ້ອງ​ກັບ​ຄວາມ​ຈິງ. ຮ່າ​ໂນ້ຍ​ຄວນ​ຊາບ​ຊືມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ບັນ​ດາ​ມະ​ຕິ, ຂໍ້​ສະ​ຫລຸບ​ຂອງ​ສູນ​ກາງ, ກົມ​ການ​ເມືອງ, ຍຸດ​ທະ​ສາດ​ຂອງ​ລັດ​ຖະ​ບານ ເພື່ອ​ກຳ​ນົດ​ທິດ​ທາງ​ຫນ້າ​ທີ່, ມາດ​ຕະ​ການ​ໃຫ້​ອາ​ຍຸ​ການ​ຕໍ່​ໄປ.  ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເນັ້ນ​ຫນັກ​ວ່າ: ນະ​ຄອນ ຮ່າ​ໂນ້ຍ ຕ້ອງ​ປະ​ຕິ​ບັດ​ວຽກ​ງານກໍ່​ສ້າງ​ພັກ​ເປັນ​ຢ່າງ​ດີ, ສ້າງ​ລະ​ບົບ​ການ​ເມືອງ​ເຂັ້ມ​ແຂງ, ສືບ​ຕໍ່​ປະ​ຕິ​ບັດ​ມະ​ຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບ​ການກໍ່​ສ້າງ​ພັກ​ເປັນ​ຢ່າງ​ດີ.  

ຂ່າວ/ບົດ​ອື່ນ