ກົມການເມືອງໃຫ້ຄຳເຫັນກ່ຽວກັບບັນຫາພັດທະນາ ສັງຄົມ.

ກົມການເມືອງໃຫ້ຄຳເຫັນກ່ຽວກັບບັນຫາພັດທະນາ ສັງຄົມ. - ảnh 1
ທ່ານເລຂາທິການໃຫຍ່ Nguyen Phu Trong

 (vovworld) - ​ຕອນ​ເຊົ້າ​ວັນ​ທີ 26/4 ຢູ່ ຮ່າ​ໂນ້ຍ, ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ Nguyen Phu Trong ເລຂາ​ທິການ​ໃຫຍ່​ພັກ​ກອມ​ມູນິດ ຫວຽດນາມ, ກົມ​ການ​ເມືອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ໄດ້​ຈັດ​ການ​ປະຊຸມ​ປະກອບ​ຄຳ​ເຫັນ​ໃສ່​ບາງ​ບັນຫາ​ເສດຖະກິດ​ສັງຄົມ​ໃນ​ໄລຍະ  4 ​ເດືອນ​ຕົ້ນ​ປີ 2012. ກົມ​ການ​ເມືອງ​ຖື​ວ່າ: ນັບ​ແຕ່​ນີ້​ຮອດ​ທ້າຍ​ປີ ສະພາບ​ເສດຖະກິດ​ໂລກ ​ແລະ ພາຍ​ໃນ​ປະ​ເທດ ຍັງ​ຄົງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ. ​ເພາະສະ​ນັ້ນ ຕ້ອງ​ເດັດດ່ຽວ​ປະຕິບັດ​ບັນດາ​ຈຸດໝາຍ, ຫນ້າ​ທີ່ ​ແລະ ມາດ​ຕະການ​ທີ່​ໄດ້​ວາງ​ອອກ ພ້ອມ​ກັນ​ນັ້ນ ຕ້ອງ​ໄຈ້​ແຍກ, ຕີ​ລາຄາສະພາບ​ຕົວ​ຈິງ​ຢ່າງ​ເລິກ​ເຊິ່ງ, ຄົບ​ຖ້ວນ​ເພື່ອມີ​ມາດ​ຕະການ​ໃຫ້​ເໝາະ​ສົມ, ຮັບປະກັນ​ປະຕິບັດ​ຈຸດໝາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ຢ່າງ​ກົມກຽວ, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ. ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ຊີ້​ແຈງ​ວ່າ:

        “ຂ້າພະ​ເຈົ້າ​ເຫັນ​ດີ​ຕໍ່​ເລື່ອງ ​ໃນ​ໄລຍະ​ຈະ​ມາ​ເຖິງ ພວກ​ເຮົາ​ບໍ່​ຈຳ​ເປັນ​ດັດ​ປັບ​ຄາດໝາຍ​ສັງ​ລວມກໍ​ຄື​ບັນດາ​ຄາດໝາຍ, ​ຕົວ​ເລກ​ຄາດໝາຍ​ລະອຽດ. ປະຈຸ​ບັນ ຕ້ອງ​ເຮັດ​ແນວ​ໃດ​ທັງ​ຮັກສາ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້​, ທັງ​ຮັບປະກັນ​ການ​ເຕີມ​ໂຕ​ໄດ້​ປະມານ 6%, ​ເກີນ​ດຸນ​ງົບ​ປະມານ​ແມ່ນ 4, 8 %. ຕົວ​ເລກ​ນີ້​ແມ່ນ​ສ່ອງ​ແສງ​​ໃຫ້​ເຫັນ​ວ່າ ພວກ​ເຮົາ​ທັງ​ຄວບ​ຄຸມ​ໄພ​ເງິນ​ເຟີ້ ທັງ​ຮັບປະກັນ​ການ​ເຕີບ​ໂຕ​ຢ່າງ​ເໝາະ​ສົມ.”

        ກົມ​ການ​ເມືອງ​ວາງ​ຄາດໝາຍ​ສືບ​ຕໍ່​ຄວບ​ຄຸມ​ໄພ​ເງິນ​ເຟີ້​ປີ 2012 ຢູ່​ໃນ​ລະດັບ 8% - 9%, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະ​ຕິ ບົນ​ພື້ນຖານ​ປະຕິບັດ​ນະ​ໂຍບາຍ​ງົບປະມານ, ​ເງິນ​ຕາ​ຢ່າງ​ລອບ​ຄອບ​ຖິ່ຖ້ວນ, ​ເປັນ​ເຈົ້າ​ການ, ມີ​ຄວາມ​ໄຫວພິບ, ສົມທົບ​ຢ່າງ​ກົມກຽວ​ລະຫວ່າງ​ນະ​ໂຍບາຍ​ເງິນຕາ ​ແລະ ນະ​ໂຍບາຍ​ງົບປະມານ.

 

ຂ່າວ/ບົດ​ອື່ນ