ກຸ່ມກໍ່າປັນກອງທັບເຮືອຈີນຖອນອອກຈາກເຂດທະເລລັດAlaskaຂອງອາເມລິກາ

ກຸ່ມກໍ່າປັນກອງທັບເຮືອຈີນຖອນອອກຈາກເຂດທະເລລັດAlaskaຂອງອາເມລິກາ - ảnh 1
ກຸ່ມກໍ່າປັນກອງທັບເຮືອຈີນຖອນອອກຈາກ
ເຂດທະເລລັດ Alaska ຂອງອາເມລິກາ
(ພາບປະກອບ: Getty)


(vovworld) – ວັນ​ທີ 03/09, ວົງ​ການ​ການ​ນຳ​ກອງທັບ​ເຮ​ືອອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ, ກຸ່ມ​ກໍ່າ​ປັນ 5 ລຳ​ຂອງ​ກອງທັບ​ເຮືອ​ຈີນ ​ໄດ້​ປະກົດ​ຕົວຫວ່າງ​ແລ້ວ​ນີ້ ຢູ່​ທະ​ເລ Bering, ​ເຂດທະ​ເລ ນອກ​​ລັດ Alaska ຂອງ​ອາ​ເມ​ລິ​ກາ, ​ໃນ​ໄລ​ຍະ​ທີ່ທ່ານ​ປະທານາທິບໍດີ Barack Obama ພວມ​ມີ​ການ​ຢ້ຽມຢາມ​ເຂດ​ນີ້, ເລີ່​ມຖອນ​ອອກ​ແລ້ວ. ຕາມ​ຜູ້​ບັນ​ຊາ​ການບັນດາ​ບັ້ນ​ຮົບ​ກອງທັບ​ເຮືອອາ​ເມ​ລິ​ກາ, ພົນ​ເຮືອ​ເອກ Jonatham Greenert, ບັນດາ​ກໍ່າ​ປັນ​ຂອງ​ກອງທັບ​ເຮືອ​ຈີນ ​​ໄດ້ເລີ່ມຖອນ​ອອກ​ເຂດ​ທະ​ເລ​ລັດ​ Alaska, ພ້ອມ​ທັງ​ໃຫ້​ຮູ້​ວ່າ ທ່ານ​ບໍ່​ຖື​ນີ້​​ແມ່ນ​ເລື່ອງ​ບັງ​ເອີ​ນ ຫຼື ໜ້າ​ວິຕົກ​ກັງວົນ. ​ໃນ​ຂະນະ​ນັ້ນ, ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ນັດ​ສາມັນ ​ໃນ​ວັນ​ທີ 03/09, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມລິ​ກາ Mark Toner ຊີ້​ແຈ້ງວ່າ: ​ແນ່ນອນ​ວ່າ, ນີ້​ແມ່ນ​ຄັ້ງທຳ​ອິດ​ທີ່​ພວກ​ຂ້າພະ​ເຈົ້າ​ເຫັນ​ບັນດາ​ກໍ່າປັນ​ກອງທັບ​ເຮືອ​ຈີນ ປະກົດ​ຕົວຢູ່​ທະ​ເລ Bering. ພວກ​ຂ້າພະ​ເຈົ້າ​ເຄົາລົບ​ສິດ​ເສລີ​ຂອງ​ທຸ​ກໆ​ປະ​ເທດ ທີ່ຜັນ​ຂະຫຍາຍ​ກໍ່​າປັ່ນ​ທະ​ຫານ​ໃນ​ບັນດາ​ເຂດ​ທະ​ເລ​ສາກົນທີ່ເໝາະ​ສົມ​ກັບ​ກົດໝາຍ​ສາກົນ.

ຂ່າວ/ບົດ​ອື່ນ