ກຸ່ມບໍລິສັດທ່ອງທ່ຽວໃຫຍ່ສຸດຂອງ ຍີ່ປຸ່ນ H.I.S ລົງທຶນເຂົ້າກາມແຣງ

(VOVWORLD) - ຫວ່າງແລ້ວນີ້, ທ່ານ Hideo Sawada, ປະທານກຸ່ມບໍລິສັດທ່ອງທ່ຽວໃຫຍ່ທີ່ສຸດຍີ່ປຸ່ນ H.I.S ໄດ້ກຳນົດຈະເຂົ້າຮ່ວມການພັດທະນາເຂດພັກຜ່ອນບຳລຸງສຸຂະພາບ ແລະ ກໍ່ສ້າງໂຮງແຮມຢູ່ ກາມແຣງ, ແຂວງ ແຄ໋ງຮ່ວາ ໃນບົດສຳພາດຕໍ່ໜັງສືພິມ Nikkei. 
ກຸ່ມບໍລິສັດທ່ອງທ່ຽວໃຫຍ່ສຸດຂອງ ຍີ່ປຸ່ນ H.I.S ລົງທຶນເຂົ້າກາມແຣງ - ảnh 1 ພາບປະກອບ

ທ່ານ Sawada ໄດ້ຕີລາຄາວ່າ: ກາມແຣງ ມີທີ່ຕັ້ງສະດວກໃນຂະນະທີ່ຫ່າງຈາກນະຄອນ ໂຮ່ຈີມິນ ພຽງປະມານ 1 ຊົ່ວໂມງບິນເທົ່ານັ້ນ, ນອກນັ້ນຍັງມີທ່າກ່ຳປັ່ນ ແລະ ຫາດຊາຍທະເລສວຍງາມ. ທ່ານໃຫ້ຮູ້ວ່າ H.I.S ຈະຮ່ວມມືກັບກຸ່ມບໍລິສັດແຫ່ງໜຶ່ງທີ່ຫາກໍ່ພົ້ນເດັ່ນຂອງ ຫວຽດນາມ ໃນໂຄງການກໍ່ສ້າງເຂດພັກຜ່ອນບຳລຸງສຸຂະພາບທີ່ມີຂອບຂະໜາດໃຫຍ່ດ້ວຍເງິນລົງທຶນປະມານ 200 ຕື້ເຢັນ (ປະມານ 1,8 ຕື້ USD), ລວມມີແຕ່ 5 – 6 ໂຮງແຮມ, ໃນນັ້ນ, H.I.S ຮັບຜິດຊອບກໍ່ສ້າງແຕ່ 1 ຫຼື 2 ໂຮງແຮມ. ຕາມທ່ານ Sawada ແລ້ວ, ເຈົ້າຂອງລົງທຶນ ຫວຽດນາມ ພວມຢາກສ້າງຮູບແບບສວນສາທາລະນະບັນເທິງຂະໜາດໃຫຍ່ຢູ່ເຂດພັກຜ່ອນບຳລຸງສຸຂະພາບ ແລະ ເອົາໃຈໃສ່ເຖິງການວາດພາບເຂດຖະໜົນຄ້າຍຄືກັນກັບຮູບແບບເຂດບັນເທິງ Huis Ten Bosch ຢູ່ແຂວງ Nagasaki ຂອງປະເທດ ຍີ່ປຸ່ນ ເຊິ່ງທ່ານພວມເປັນປະທານ.

ຕອບກັບ

ຂ່າວ/ບົດ​ອື່ນ