ກຸ່ມບໍລິສັດນ້ຳມັນອາຍແກສຫວຽດນາມເຊັນຂໍ້ຕົກລົງຮ່ວມມືກັບMurphyOilອາເມລິກາ

ກຸ່ມບໍລິສັດນ້ຳມັນອາຍແກສຫວຽດນາມເຊັນຂໍ້ຕົກລົງຮ່ວມມືກັບMurphyOilອາເມລິກາ - ảnh 1
ການ​ເຮັດ​ວຽກ​ລະ​ຫວ່າງ​ Petrovietnam ແລະ ExxonMobil
(ພາບ: cafef.vn)

(vovworld) – ທ່ານ​ປະ​ທານ​ສະ​ພາ​ສະ​ມາ​ຊິກ​ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກ​ສ ຫວຽດ​ນາມ (Petrovietnam) ຫງວຽນ​ຊວນ​ເຊີນ ພ້ອມ​ກັບ​ທ່ານ​ປະ​ທານ​ທັງ​ເປັນ​ຜູ​້ອ​ຳ​ນວຍ​ການ​ໃຫຍ່​ກຸ່ມບ​ໍ​ລິ​ສັດ Murphy Oil ອາ​ເມ​ລິ​ກາ Roger W. Jenkins ​ຫາ​ກໍເຊັນ​ຂໍ້​ຕົກ​ລົງ​ຮ່ວມ​ມື (MOU) ລ​ະ​ຫວ່າງ​ 2 ກຸ່ມ​ບໍ​ລິ​ສັດເພື່ອ​ແນ​ໃສ່​ຊຸກ​ຍູ້​ບັນ​ດາ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ລະ​ຫວ່າງ Murphy Oil ແລະ ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກ​ສ ຫວຽດ​ນາມ ຢູ່​ບັນ​ດາ​ໂຄງ​ການ​ນ້ຳ​ມັນ​ອາຍ​ແກ​ສ ຢູ່ ຫວຽດ​ນາມ, ອາ​ເມ​ລິ​ກາ ແລະ ຢູ່​ປະ​ເທດ​ທີ 3. ນອກ​ຈາກ​ການ​ເຊັນ MOU ກັບ Murphy Oil ແລ້ວ, Petrovietnam ກໍ​ມ​ີ​ການ​ພົບ​ປະ​ແລກ​ປ່ຽນ​ກັບ​ທ່ານ Raymond E Jones, ຮອງ​ປະ​ທານ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ຂອງ​ກຸ່ມ​ບໍລິ​ສັດ​ນ້ຳ​ມັນ​ອາຍ​ແກ​ສ ExxonMobil. ທີ່​ການ​ພົບ​ປະ, ທ່ານ Raymond E Jones ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ມານະພະ​ຍາ​ຍາມ​ຂອງ ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກ​ສ ຫວຽດ​ນາມ ພ້ອມ​ກັບ ExxonMobil ຕັ້ງ​ໜ້າ​ຊຸກ​ຍູ້​ການ​ພັດ​ທະ​ນາ​ໂຄງ​ການປາ​ວານ​ຂຽວ. ທ່ານ​ໄດ​້​ແຈ້ງ​ຂ່າວ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ຂອງ​ໂຄງ​ການທີ່​ບັ​ນ​ລຸ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ, ກະ​ກຽມ​ບັນ​ລຸ​ຂີດ​ໝາ​ຍ​ສຳ​ຄັ​ນ​ແມ່ນ​ປະ​ກາດ​ກ່ຽວ​ກັບ​ແຜນ​ການ​ຕໍ່​ໄປ ແລະ ເຊື່ອ​ໝັ້ນ​ວ່າ​​ຈະ​ສືບ​ຕໍ່​​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຢ່າງ​ສູງ​ສຸດ​ຈາກ​ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກ​ສ ຫວຽດ​ນາມ. ທ່ານ​ປະ​ທານ Petrovietnam ຫງວຽນ​ຊວນ​ເຊີ​ນ ຢັ້ງ​ຢືນ​ບັນ​ດາ​ສັນ​ຍາ​ຮ່ວມ​ມື ​ທີ່​ໄດ້​ເຊັນ​ກັບ ExxonMobil ຈະ​ລ້ວນ​ແຕ່​ໄດ້​ຮັບ​ການ​ປະ​ຕິ​ບັດ​​ຢ່າງຖືກ​​ຕ້ອງ​ຕາມທັດ​ສະ​ນະ​ພ້ອມ​ກັນ​ແບ່ງ​ປັນ ແລະ ສ້າງ​ທ​ຸກ​ເງື່ອນ​ໄຂ​ດ​ດີ​ທີ່​ສຸດ​ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ.


ຂ່າວ/ບົດ​ອື່ນ