ກຸ່ມປະເທດ G7 ເຫັນດີຈັດວາງບັນດາມາດຕະການລົງໂທດໃໝ່ຕ້ານລັດເຊຍ

ກຸ່ມປະເທດ G7 ເຫັນດີຈັດວາງບັນດາມາດຕະການລົງໂທດໃໝ່ຕ້ານລັດເຊຍ - ảnh 1
ລົດຖັງຂອງຢກແຣນຢູ່ດ່ານກວດກາແຫ່ງໜຶ່ງ 
(ພາບ: AFP)

(vovworld)- ການ​ນຳ​ກຸ່ມ​ປະ​ເທດ G7 ​ໄດ້​ເຫັນ​ດີ​ຈັດ​ວາງ​ບັນດາ​ມາດ​ຕະການ​ລົງ​ໂທດ​ໃໝ່​ແນ​ໃສ່​ຕ້ານ​ລັດ​ເຊຍ ຊຶ່ງ​ກ່ຽວຂ້ອງ​ເຖິງ​ວິ​ກິດ​ການ​ຢູ່​ຢູກ​ແຣນ. ​ແຈ້ງ​ການ​ຮ່ວມ​ຂອງ ການ​ນຳ​ກຸ່ມ​ປະ​ເທດ G7 ​ໂດຍ​ທຳ​ນຽບຂາວ​ປະກາດ​ເມື່ອ​ວັນ​ທີ 26/4 ຊີ້​ແຈ້ງວ່າ ບັນດາ​ມາດ​ຕະການ ​ໃໝ່​ຈະ​ຖືກ​ຈັດ​ວາງ​ໂດຍ​ໄວແນ​ໃສ່​​ລົງ​ໂທດ​ຕໍ່​ເລື່ອງລັດ​ເຊຍບໍ່​ປະຕິບັດ​ສັນ​ຍາ 4 ຝ່າຍ​ກ່ຽວ​ກັບ​ການ​ແກ້​ໄຂ ວິ​ກິດ​ການ​ຢູ່​ຢູກ​ແຣນ. ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ທ່ານ​ໜຶ່ງ​ຂອງ​ອາ​ເມ​ລິ​ກາ​ໃຫ້​ຮູ້​ວ່າ ​ແຕ່ລະ​ປະ​ເທດ​ໃນ​ກຸ່ມ​ປະ​ເທດ G7 ຈະ​ຍົກ​ອອກ​ມາດ​ຕະການ​ລົງ​ໂທດຂອງ​ຕົນ ​ແລະ ອາດ​ຈະ​ແນ​ໃສ່​ສ່ວນ​ບຸກຄົນ​ຫຼື​ບໍລິສັດ​ທີ່​ສົ່ງຜົນ​ສະທ້ອນ​ເຖິງ​ຢູ່​ຂົງເຂດ​ຕ່າງ​ໆ​ທີ່​ສຳຄັນ​ຂອງ​ພື້ນຖານ​ເສດຖະກິດ​ລັດ​ເຊຍ​ຄື ພະລັງງານ, ທະນາຄານ. ​ແຕ່​ໃນ​ຖະ​ແຫຼ​ງການ, ກຸ່ມ​ປະ​ເທດ G7 ຍັງ​ເນັ້ນ​ໜັກ​ວ່າ ບານ​ປະຕູ​ຍັງ​ເປີດ​ໃຫ້​ແກ່​ວິທີ​ການ​ແກ້​ໄຂ​ທາງ​ການ​ທູດ​ທີ່​ມີ​ຕໍ່ ວິ​ກິດ​ການ​ຢູ່​ຢູກ​ແຣນ, ບົນ​ພື້ນຖານສັນຍາ​ເຊີ​ແນວ ​ແລະ ຮຽກຮ້ອງ​ລັດ​ເຊຍ​ເຂົ້າ​ຮ່ວມ​ວິວັດ​ທະນາ​ການດັ່ງກ່າວ.

ຂ່າວ/ບົດ​ອື່ນ