ກຸ່ມ​ສະ​ມາ​ຊິກ​ສະ​ພາ​ສູງ ພັກ​ສາ​ທາ​ລະ​ນະ ທ້າ​ທາຍ​ໝາກ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ອາ​ເມ​ລິ​ກາ

(VOVWORLD) - ວັນທີ 2 ມັງກອນ, ທ່ານ Ted Cruz ສະມາຊິກສະພາສູງ ພັກສາທາລະນະ ໃຫ້ຮູ້ວ່າ ທ່ານພ້ອມກັບກຸ່ມໜຶ່ງລວມມີ ສະມາຊິກສະພາສູງ  10 ຄົນ ຂອງພັກນີ້ຈະຄັດຄ້ານໝາກຜົນຂອງການເລືອກຕັ້ງປະທານາທິບໍດີ ອາເມລິກາຢູ່ກອງປະຊຸມຂອງສະພາແຫ່ງຊາດໃນວັນທີ 6 ມັງກອນຈະມາເຖິງ.
ກຸ່ມ​ສະ​ມາ​ຊິກ​ສະ​ພາ​ສູງ ພັກ​ສາ​ທາ​ລະ​ນະ ທ້າ​ທາຍ​ໝາກ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ອາ​ເມ​ລິ​ກາ - ảnh 1ສະພາຕ່ຳອາເມລິກາ (ພາບ:  AFP/TTXVN)

ໃນຖະແຫຼງການຮ່ວມ, ກຸ່ມສະມາຊິກສະພາສູງພັກສາທາລະນະໂດຍທ່ານ Ted Cruz ນຳໜ້າໄດ້ຢັ້ງຢືນວ່າ ຈະປະຕິເສດໝາກຜົນຂອງການປ່ອນບັດເລືອກຕັ້ງຂອງຕາງໜ້າຄະນະຜູ້ມີສິດເລືອກຕັ້ງ ຍົກເວັ້ນກໍລະນີ ທີ່ສະພາແຫ່ງຊາດໄດ້ບົ່ງຕົວແຕ່ງຕັ້ງຄະນະກຳມະການເລືອກຕັ້ງທີ່ມີສິດສືບສວນຢ່າງຄົບຖ້ວນ ແລະ ຊອກຮູ້ກ່ຽວກັບສະພາບການຕົວຈິງ ເພື່ອແນໃສ່ດຳເນີນການກວດກາ ດ່ວນໃນຮອບເວລາ 10 ວັນ ຕໍ່ໝາກຜົນຂອງການເລືອກຕັ້ງຢູ່ ລັດແຫ່ງຕ່າງໆທີ່ມີການຂັດແຍ້ງກັນ.

ຕາມລັດຖະທຳມະນູນອາເມລິກາແລ້ວ, ບັນດາສະມາຊິກສະພາສູງ ແລະ ສະພາຕ່ຳຂອງ ສະພາແຫ່ງຊາດຈະຈັດກອງປະຊຸມໃນວັນທີ 6 ມັງກອນ ເພື່ອ ເປີດ ແລະ ນັບບັດເລືອກຕັ້ງຂອງຄະນະຜູ້ມີສິດເລືອກຕັ້ງ. ຜູ້ໃດມີຈຳນວນບັດເລືອກຕັ້ງ ຫຼາຍກ່ວາຈະເປັນປະທານາທິບໍດີ.

ຕອບກັບ

ຂ່າວ/ບົດ​ອື່ນ