ກຸ່ມສຳພັດກ່ຽວກັບຢູແກຼນເຊັນມາດຕະການສັງລວມປະຕິບັດຂໍ້ຕົກລົງMinsk

ກຸ່ມສຳພັດກ່ຽວກັບຢູແກຼນເຊັນມາດຕະການສັງລວມປະຕິບັດຂໍ້ຕົກລົງMinsk - ảnh 1
ທ່ານ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ Leonhid Kuchma (ຊ້າຍ), ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດສະ​ຫະ​ພັນ ລັດ​ເຊຍ ປະ​ຈຳ ຢູ​ແກຼນ Mikhail Zurabov (ກາງ)
(ພາບ: AFP/TTXVN)

(vovworld) - ໄປ​ຄຽງ​ຄູ່​ກັບ​ກ​ານ​ເຈ​ລະ​ຈາ​ຂັ້ນ​ສຸດຍອດ​ຕາມ​ຮູບ​ການ 4 ຝ່າຍ Normandie, ວັນທີ 12/2, ຢູ່ Minsk (ປະ​ເທດ ເບ​ລາ​ຣຸດ), ກຸ່ມ​ສຳ​ພັດ 3 ຝ່າຍ​ກ່ຽວ​ກັບ ຢູ​ແກຼນ ໄດ້​ເຊັນ​ມາດ​ຕະ​ການ​ສັງ​ລວມ​ເຊິ່ງ​ລວມ​ມີ 13 ຂໍ້​ເພື່ອ​ແນ​ໃສ່​ປະ​ຕິ​ບັດ​ຂໍ້​ຕົກ​ລົງ Minsk. ໃນ​ພິ​ທີເຊັນ​ເອ​ກະ​ສານ​ມີ​ຜູ້​ຕາງ​ໜ້າ​ອົງ​ການ​ປ້ອງກ​ັນ​ຄວາມ​ສະ​ຫງົບ ແລະ ຮ່ວມ​ມື ເອີ​ລົບ (OSCE) Heidi Tagliavini, ທ່ານ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ Leonhid Kuchma, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດສະ​ຫະ​ພັນ ລັດ​ເຊຍ ປະ​ຈຳ ຢູ​ແກຼນ Mikhail Zurabov, ການ​ນຳ​ຂອງ ສ. ປະ​ຊາ​ຊົນ​ອ້າງ​ຊື່​ເອງ Donetsk ແລະ Lugansk.

        ພາ​ຍຫຼັງ​ການ​ເຈ​ລະ​ຈາ​ລະ​ຫວ່າ​ງ​ການ​ນຳ 4 ປະ​ເທດ ລັ​ດ​ເຊຍ, ຢູ​ແກຼນ, ຝ​ຣັ່ງ ແລະ ເຢຍ​ລະ​ມັນ ຢູ່ Minsk ຖືກ​ອັດ​ລົງ​ພຽງ 2, 3 ​ ຊົ່ວ​ໂມງດ້ວຍ​ການ​ລົງ​ນາມ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ນັບ​ແຕ່​ວັນ​ທີ 15/2, ທ່ານ​ລັດ​ຖະ​ມົນ​ຕີ​​ວ່າ​ການການ​ຕ່າງ​ປະ​ເທດ ແດນ​ມາກ Martin Lidegaard ໄດ້​ຊົມ​ເຊີ​ຍ​ແຫຼ່ງ​ຂ່າວນີ້ ແລະ ຕີ​ລາ​ຄາ​ວ່າ: ​ຂໍ້​ຕົກ​ລົງ​ນີ້​ທີ່ບັນ​ລຸ​ໄດ້ອາ​ດ​ຈະ​ເຮັດ​ໃຫ້​ທຸກໆ​ຝ່າຍ​ເພິ່ງ​ພໍ​ໃຈ. ໃນ​ຂະ​ນະ​ນັ້ນ, ກະ​ຊວງ​ການ​ຕ່າງ​ປະ​ເທດ ເຢຍ​ລະ​ມັນ ຕີ​ລາ​ຄາ​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ​ ແມ່ນບາດ​ກ້າວ​ບຸກ​ທ​ະ​ລຸ, ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, “Minsk 2” ອາດ​ໄດ້​ຮັບ​ຖື​ວ່າ​ແມ່ນ​ບາດ​ກ້າວ​​ທີ່​ເຮັ​ດ​ໃຫ້ທ​ຸກໆ​ຝ່າຍ​ຫລຸດ​ຜົ້ນ​ອອກ​ຈາກ​ການ​ໃຊ້​ຄວາມ​ຮຸນ​ແຮງ, ແກ້​ໄຂ​ບັນ​ຫາ​ສັນ​ຕິ​ພາບ​ຢູ່ ຢູ​ແກຼນ ດ້ວຍ​ມາດ​ຕະ​ການ​ການ​ເມືອງ.

 


ຂ່າວ/ບົດ​ອື່ນ