ກຸ່ມຫົວຮຸນແຮງຕວກກີຍອມຮັບໄດ້ບຸກໂຈມຕີສະຖານກົງສູນອາເມລິກາ

ກຸ່ມຫົວຮຸນແຮງຕວກກີຍອມຮັບໄດ້ບຸກໂຈມຕີສະຖານກົງສູນອາເມລິກາ - ảnh 1
ກຸ່ມ​ຫົວ​ຮຸນ​ແຮງຕວກກີ​ຍອມຮັບ​​
ໄດ​​້ບຸກ​ໂຈມ​ຕີ​​ສະຖານກົງ​ສູນອາ​ເມ​ລິ​ກາ
(ພາບ: THX/TTXVN)


​​(vovworld) - ກຸ່ມ​ຫົວ​ຮຸນ​ແຮງຖືກ​​ເກືອດ​ຫ້າມ​​ເຄື​່ອນ​ໄຫວ​ທີ່​ມີ​ຊື່ວ່າ ​ແນວ​ໂຮມ​ປົດ​ປ່ອຍປະ​ຊາ​ຊົນ​ປະຕິວັດ​ຕວກກີ (DHKP-C) ​​ຖະ​ແຫຼ​ງວ່າໄດ້ປະ​ຕ​ິບັດ​ການ​ບຸກ​ໂຈມ​ຕີ​ໃສ່​ສະຖານກົງ​ສູນ​ອາ​ເມ​ລິ​ກາ ຢູ່​ຊານ​ນະຄອນ Istanbul ຂອງ​ປະ​ເທດ​ນີ້​ໃນ​ວັນ​ທີ 10/08. ​ໃນ​ແວັບ​ໄຊ, DHKP-C ​ໄດ​້ຍ້ອມ​ຮັບ​ວ່າ ໜຶ່ງ​ໃນ​ບັນດາ​ພົນທະຫານ​ຍິງ​ຂອງ​ກຸ່ມ​ນີ້ ​ໄດ້​ດຳ​ເນີນ​​ເຫ​ດບຸກ​ໂຈມ​ຕີ. ກ່ອນ​ໜ້າ​ນັ້ນ, ໜັງສືພິມ​ລາຍ​ວັນ Yeni Safak ຢັ້ງຢືນ​ວ່າ, Harice Asik, ​ແມ່ຍິງ​ຊາວຕວກກີ ຜູ້​ໜຶ່ງ, ​ໄດ້​ຍິງ​ປືນ​ໃສ່​ບັນດາຕຳ​ຫຼວດ​ຢູ່​ຕໍ່ໜ້າ​ສະຖານກົງສູນ​ອາ​ເມ​ລິ​ກາ, ຫຼັງ​ຈາກ​ນັ້ນ​ໄດ້​ໜີ​ໄປ ​ແລະ ​ຖືກ​ຕຳຫຼວດຈັບ​ຕົວ. ກຸ່ມ​ຫົວ​ຮຸນ​ແຮງ​ນີ້​ຖະ​ແຫຼ​ງວ່າ ຈະ​ບໍ່​ຢຸດຕິ​ບັນດາ​ການ​ເຄື່ອນ​ໄຫວ​ກໍ່​ການຮ້າຍ​ເພື່ອ​ທວງ​ເອົາ​ສິດຜົນປະ​ໂຫຍດ.

ຂ່າວ/ບົດ​ອື່ນ