ກຸ່ມຮາມາດ ແລະ ອິດສະຣາແອນ ບັນລຸໄດ້ຂໍ້ຕົກລົງຢຸດຍິງ

ກຸ່ມຮາມາດ ແລະ ອິດສະຣາແອນ ບັນລຸໄດ້ຂໍ້ຕົກລົງຢຸດຍິງ - ảnh 1
​ທ່ານນາງລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Hilarry Clinton
ແລະ ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ອີ​ຍີບ Mohamed Arm
(ພາບ: dantri.com.vn)


(vovworld) -     ວັນ​ທີ 21/11, ອິດສະຣາ​ແອນ ແລະ ຮາ​ມາດ ​ໄດ້​ຕົກລົງ​ຢຸດ​ຍິງ​ພາຍຫຼັງ​ການ​ບຸກ​ໂຈມ​ຕີ​ຢ່າງ​ລຽນ​ຕິດ​​ໃນ​ເວລາ 8 ວັນລະຫວ່າງ​ສອງຝ່າຍ​​ເຊິ່ງ​ເຮັດ​ໃຫ້ 170 ຄົນ​ເສຍ​ຊີວິດ. ຂໍ້​ຕົກລົງ​ຢຸດ​ຍິງ​ໂດຍ ອີ​ຍີບ ​ເປັນ​ກາງ​ໄກ່​ເກ່ຍ ​​ແລະ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີ​ຍີບ Mohamed Arm ລາຍ​ງານທີ່​ກອງ​ປະຊຸມ​ຂ່າວ​ຮ່ວມ ກັບ​ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Hilarry Clinton ຢູ່ ກາຍ​​ໂຣ. ຕາມ​ຂໍ້​ຕົກລົງ​ຢຸດ​ຍິງ​ແລ້ວ, ອິດສະຣາ​ແອນ ຈະ​ຢຸດ​ທຸກໆ​ການ​ບຸກ​ໂຈມ​ຕີ​ຢູ່​ເຂດ​ ກາຊາ ​ແລະ ບັນດາ​ຝ່າຍ​ປາ​​ແລດ​ສະຕິນ ຈະ​ຕ້ອງ​ຢຸດ​ທຸກ​ການ​ເຄື່ອນ​ໄຫວ​ຕ້ານ​ອິດສະຣາ​ແອນ ລວມທັງ​ເລື່ອງ​ຍິງ​ລູກ​ສອນ​ໄຟ ​ແລະ ການ​ບຸກ​ໂຈມ​ຕີ​ຄັ້ງ​ຕ່າງໆຢູ່​ເຂດ​ຊາຍ​ແດນ. ອິດສະຣາ​ແອນ ກໍ​ໃຫ້​ຄຳ​ໝັ້ນ​ສັນຍາ ຈະ​ເປີດ​ປະຕູ​ທຸກ​ໆດ່ານ​ຊາຍ​ແດນ ​ແລະ ​ໂຍະຍານ​ການ​ຈຳກັດການ​ໄປມາ​ສຳລັບ​ປະຊາຊົນ ​ແລະ ການ​ຂົນ​ສົ່ງ​ສິນຄ້າ​ເຂົ້າ​ອອກ​ເຂດ​ກາຊາ.

ຂ່າວ/ບົດ​ອື່ນ