ປັບປຸງພັກຕາມມະຕິສູນກາງພັກຄັ້ງທີ 4 ຊຸດທີ 11
ພາບປະກອບ:internet
|
(vovworld)- ວັນທີ 18/8, ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງ ນຳຫນ້າຄະນະກວດກາຂອງກົມການເມືອງ ໄດ້ເຮັດວຽກກັບຄະນະປະຈຳຄະນະພັກນະຄອນໂຮ່ຈິມີນ ກ່ຽວກັບການຈັດຕັ້ງປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 11. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຊີ້ແຈງວ່າ: ວຽກງານກໍ່ສ້າງພັກ, ປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ, ຍູ້ຄວາມເສື່ອມເສຍກ່ຽວກັບແນວຄິດການເມືອງ, ຄຸນສົມບັດ, ແບບແຜນດຳລົງຊີວິດຂອງພະນັກງານ, ສະມາຊິກພັກຈຳນວນຫນຶ່ງໃຫ້ຖອຍໄປ ແມ່ນຫນ້າທີ່ການເມືອງຫລັກແຫລ່ງ, ຕ້ອງເອົາໃຈໃສ່, ປະຕິບັດເປັນປະຈຳ ແລະ ຜັນຂະຫຍາຍຢ່າງຄົບຊຸດ. ທ່ານນາຍົກລັດຖະມົນຕີ ສະເຫນີ: ຄະນະປະຈຳຄະນະພັກຄວນສຸມໃສ່ຊີ້ນຳສືບຕໍ່ຜັນຂະຫຍາຍປະຕິບັດວຽກງານກໍ່ສ້າງພັກໃຫ້ດີກວ່າເກົ່າ,ຍູ້ແຮງການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມີນ.