ກວ່າ 100 ຄົນເສຍຊີວິດໃນເຫດກ່ຳປັ່ນຖືກຈົມນ້ຳຢູ່ນອກຝັ່ງທະເລລີບີ

ກວ່າ 100 ຄົນເສຍຊີວິດໃນເຫດກ່ຳປັ່ນຖືກຈົມນ້ຳຢູ່ນອກຝັ່ງທະເລລີບີ - ảnh 1
(ພາບ​ປະ​ກອບ: AP/TTXVN)

(vovworld) - ວັນ​ທີ 03/11, ຂ້າ​ຫຼວງ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ​ຊາວລີ້​ໄພ (UNHCR) ໄດ້​ແຈ້ງວ່າ, ມີ​ກ່ຳ​ປັ່ນ​​ລຳ​ໜຶ່ງທີ່​​ຂົນ​ສົ່ງ​ຊາວ​ລີ້​ໄພ 140 ຄົ​ນ​ຖືກ​ຈົມ​ນ້ຳ ພາຍ​ຫຼັງ​ເດ​ີນ​ເຮືອ​ອອກຈາກ​ລີ​ບີ ພຽງ​ໃນເວ​ລາ 2 – 3 ຊົ່ວ​ໂມງ, ເຮັດ​ໃຫ້​ 100 ກວ່າ​ຄົນ​​ຖືກ​ຫາຍ​ສາບ​ສູນ ແລະ ມີ​ພຽງ 29 ຄົນ​ລອດ​​ຕາຍ. ​ກ​່ຳ​ປັ່ນ​ກູ້​ໄພ​ກູ້​ຊີບ Siem Pilot ຂອງ ນອກ​ແວ ໄດ້​ສຳ​​ຜັດ​ກັບ​ສະ​ຖານ​ທີ່​ເກີດ​ເຫດໂດ​ຍ​ໄວ ແລະ ກອບ​ກູ້​​ເອົາບັນ​ດາ​ຜູ້​ລອດ​ຕາຍ. ຫຼັງ​ຈາກນັ້ນ, ກຳ​ລັງ​ປ້ອງ​ກັນ​ຝັ່ງ​ທະ​ເລອີ​ຕາ​ລີ ໄດ້​​ຂົນສົ່ງບັນ​ດາ​ຜູ້​ລອດ​ຕາຍນີ້​ໄປ​ຍັງເກາະ Lampedusa, ໃນ​ອາ​ການ​ສຸ​ຂະ​ພາບ​ອ່ອນ​ເພຍ​ຍ້ອນ​ລອຍ​ນ້ຳ​ເປັນ​ຫຼາຍ​ຊົ່ວ​ໂມງ. ​ປະ​ຈຸ​ບັນ​, ກ່ຳ​ປັ່ນ​ກູ້​ໄພ​ກູ້​ຊີບ​ໄດ້​ເອົາສາກ​ສົບ​ຊາວ​ລີ້​ໄພ​ຂຶ້ນ​ບົກ​ແລ້ວ 12 ຄົນ.

ຂ່າວ/ບົດ​ອື່ນ