ກວ່າ 100.000 ເທື່ອຄົນ ເຂົ້າຢ້ຽມສູ້ສານປະທານໂຮ່ຈິມິນໃນໂອກາດວັນ 30/04 ແລະ 01/05

ກວ່າ 100.000 ເທື່ອຄົນ ເຂົ້າຢ້ຽມສູ້ສານປະທານໂຮ່ຈິມິນໃນໂອກາດວັນ 30/04 ແລະ 01/05 - ảnh 1
(ພາບປະກອບ)

​(vovworld) – ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ 40 ປີ​ແຫ່ງວັນປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (30/04/1975 – 30/04/2015) ​ແລະ ວັນ​ກຳມະກອນ​ສາກົນ 01/05, ມີ​ປະຊາຊົນ, ນັກຮົບ, ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໃນ​ທົ່ວ​ປະ​ເທດ ​ແລະ ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ ​ໄດ້​ມານະ​ຄອນ​ຫຼວງ​ຮ່າ​ໂນ້ຍ, ຢ້ຽມຢາມ​ກຸ່ມ​ປູຊະນີຍະສະຖານປະຫວັດສາດ - ວັດທະນະທຳ ບາ​ດິ່ງ; ສຸສານ​ປະທານ​ໂຮ່ຈິ​ມິນ, ​ເຂດ​ປູຊະນີຍະສະຖານ​ໂຮ່ຈິ​ມິນ ຢູ່​ຫໍ​ປະທານ​ປະ​ເທດ, ຫໍພິພິດ​ຕະພັນ​ໂຮ່ຈິ​ມິນ ​ໃນ​ລະຫວ່າງ​ວັນ​ທີ 28 – 30/04, ​ແລະ ວັນ​ທີ 02 – 03/05. ມີປະຊາຊົນ​ກວ່າ 109.000 ​ເທື່ອ​ຄົນ​ໄດ້​ເຂົ້າ​ຢ້ຽມ​ສູ້​ສານ​ປະທານ​ໂຮ່ຈິ​ມິນ, ​ໃນ​ນັ້ນ​ມີ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເກືອບ 11.500 ​ເທື່ອ​ຄົນ.

ຂ່າວ/ບົດ​ອື່ນ