ກວ່າ 50 ຕື້ດົງສະຫງວນໃຫ້ບັນດາ ແຜນງານຂຶ້ນກັບຂົງເຂດສຶກສາໃຫ້ຊາວຊົນເຜົ່າສ່ວນໜ້ອຍ

ກວ່າ 50 ຕື້ດົງສະຫງວນໃຫ້ບັນດາ ແຜນງານຂຶ້ນກັບຂົງເຂດສຶກສາໃຫ້ຊາວຊົນເຜົ່າສ່ວນໜ້ອຍ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 01/07, ຢູ່​ນະຄອນ ​ເກີນ​​ເທີ, ຄະນະ​ກຳມະການ​ຊົນ​ເຜົ່າ ​ໄດ້​ຈັດ​ກອງ​ປະຊຸມສຳ​ມະ​ນາ​ທາ​ບທາມ​ຮ່າງຈົດໝາຍລັດຖະການ​ແນະນຳ​ການປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂອງ​ນາ​ຍົກ​ລັດຖະມົນ​ຕີ ກ່ຽວ​ກັບ​ວຽກ​ງານ​ຊົນ​ເຜົ່າ ​ແລະ ​ໂຄງການ​ເຄື່ອນ​ໄຫວ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ວຽກ​ງານ​ຊົນ​ເຜົ່າ​ຮອດ​ປີ 2020. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ​ເຊີນ​ມິນ​ທັ໋ງ, ຮອງ​ຫົວໜ​້າຄະນະ​ກຳມະການ​ຊົນ​ເຜົ່າ ​ເນັ້ນ​ໜັກ​ວ່າ, ​ໃນ​ຍຸດ​ທະ​ສາດວຽກ​ງານ​ຊົນ​ເຜົ່າ​ຮອດ​ປີ 2020 ມີ 9 ໜ້າ​ທີ່ ​ແລະ ມາດ​ຕະການ​ຕົ້ນ​ຕໍ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ພັດທະນາ​ການ​ສຶກສາ, ບຳລຸງ​ສ້າງ, ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດ​​ເຊິ່ງແມ່ນ​ຊາວຊົນ​ເຜົ່າ​ສ່ວນ​ໜ້ອຍ. ຄາດ​ວ່າ, ບັນ​ດາ​ໂຄງການ, ນະ​ໂຍບາຍ, ​ແຜນ​ຮ່າງ​ທີ່​ຂຶ້ນ​ກັບ​ຂົງ​ເຂດ​ສຶກສາ​ທີ່​ສະຫງວນ​ໃຫ້​ແກ່​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ມີ​ຍອດ​ຈຳນວນ​ເງິນ​ກວ່າ 50 ຕື້​ດົງ. ຄຽງ​ຂ້າງ​ນັ້ນ, ບັນດາ​ຄາດໝາຍ​ຍູ້​ແຮງວຽກ​ງານ​ລົບ​ລ້າງ​ຄວາມ​ອຶດຫິວ, ຫລຸ​ດຜ່ອນ​ຄວາມທຸກ​ຍາກ ຕິດ​ຜັນ​ກັບ​ການ​ປະຕິບັດ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ, ຮັກສາ​ກຸ່ມ​ກ້ອມ​ມະຫາ​ສາມັກ​ຄື​ທົ່ວ​ປວງ​ຊົນ​ທັງ​ຊາດຢ່າງ​ໝັ້ນຄົງ.
ຂ່າວ/ບົດ​ອື່ນ