ກ່ວາ39.000ເທື່ອຄົນ ເຂົ້າໄຫວ້ອາໄລປະທານໂຮ່ຈີມິນເນື່ອງໃນໂອກາດປີໃໝ່ປີມະເມຍ2014

ກ່ວາ39.000ເທື່ອຄົນ ເຂົ້າໄຫວ້ອາໄລປະທານໂຮ່ຈີມິນເນື່ອງໃນໂອກາດປີໃໝ່ປີມະເມຍ2014 - ảnh 1
ປະຊາຊົນທຸກຊັ້ນວັນນະໄດ້ມາໄຫວ້ອາໄລປະທານ ໂຮ່ຈີມິນ
(ພາບ: Anh Tuấn/TTXVN)


(vovworld) – ​ໃນ​ໂອກາດບຸນ​ປີ​ໃໝ່​ປະຈຳ​ຊາດ ປີ​ມະ​ເມຍ 2014 ​ແລະ ສະ​ເຫຼີ​ມສະຫຼອງ 84 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ ຫວຽດນາມ (3/2/1930 – 3/2/2014), ປະຊາຊົນ​ທຸກ​ຊັ້ນ​ວັນນະ​ໃນ​ທົ່ວ​ປະ​ເທດ ​ແລະ ​ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ຕ່າງປະ​ເທດ​ໄດ້​ມາ​ຢາມ​ສະໜາມ​ຫຼວງ ບາ​ດິ່ງ​ປະຫວັດສາດ, ​ເຂົ້າ​ສຸສານ​ໄຫວ້ອາ​ໄລ​ປະທານ ​ໂຮ່ຈີ​ມິນ, ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ຜູ້ນຳ​ທີ່​ແສນ​ເຄົາລົບ​ຮັກ​ຂອງ​ປະ​ເທດ​ ຫວຽດນາມ.

    ​ເພື່ອ​ຮັບ​ໃຊ້​ໃຫ້​ປະຊາຊົນ​ທຸກ​ຊັ້ນ​ວັນ​ນະ​ເຂົ້າ​​ສຸສານ​ໄຫວ້​ອາ​ໄລ​ປະທານ ​ໂຮ່ຈີ​ມິນ, ຄະນະ​ຄຸ້ມ​ຄອງ​ສຸສານ​ໄດ້​ຈັດ​ຕັ້ງ​ການ​ປະດັບ​ປະດາ​ເຂ​ດອ້ອມ​ແອ້ມ​ສະໜາມ​ຫຼວງ ບາ​ດິ່ງ, ຈັດ​ໃຫ້ພະນັກງານ, ນັກຮົບ​ຕ້ອນຮັບ​ແຂກ​ມາ​ຢ້ຽມຢາມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ຖືກ​ຕ້ອງຕາມ​ການກຳນົດ.

ຂ່າວ/ບົດ​ອື່ນ