ກວ່າ90ປະເທດມີຄຳໝັ້ນສັນຍາປະກອບນັບຕື້USDເພື່ອອະນຸລັກຮັກສາຊີວະພາບທະເລ

ກວ່າ90ປະເທດມີຄຳໝັ້ນສັນຍາປະກອບນັບຕື້USDເພື່ອອະນຸລັກຮັກສາຊີວະພາບທະເລ - ảnh 1
ພາບ​ປະ​ກອບ

(vovworld)- ພາຍ​ຫລັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 2 ວັນ, ໃນ​ຂອບ​ເຂດກອງ​ປະ​ຊຸ​ມ​ສຸດຍອດ “ມະ​ຫາ​ສະ​ມຸດຂອງ​ພວກ​ເຮົາ” ໂດຍ​ອາ​ເມ​ລິ​ກາ ຈັດ​ຕັ້ງ​ຂຶ້ນ​ຢູ່​ນະ​ຄອນ​ຫລວງ ວ​ໍ​ຊິ​ງ​ຕັ​ນ. ​ ກວ່າ 90 ປະ​ເທດ  ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ໄດ້​ສະ​ເຫນີ 136 ຂໍ້​ລິ​ເລີ່ມ​ໃຫມ່ ແລະ ນຳ​ເອົາ​ເຂົ້າ​ໃນ​ແຜນ​ການ​ອະ​ນຸ​ລັກ​ຮັກ​ສາ​ມະ​ຫາ​ສະ​ມຸດ​​ໃນເນື້ອ​ທີ​່ 3,4 ຕາ​ລາງ​ແມັດ. ກ່າວ​ຄຳ​ເຫັນ​ສະ​ຫລຸບກອງ​ປະ​ຊຸມ​ເມື່ອ​ວັນ​ທີ 16/9, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry ໃຫ້​ຮູ້​ວ່າ: ຈຸດ​ໝາຍ​ຂອງກອ​ງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້ ແມ່ນ​ເພື່ອ​ແນ​ໃສ່​ອະ​ນຸ​ລັກ​ຮັກ​ສາ​ບັນ​ດາ​ລະ​ບົບ​ຊີ​ວະ​ພາບ​ທະ​ເລ, ສະ​ກັດ​ກັ້ນ​ສະ​ພາບ​ມົນ​ລະ​ພິດ ແລະ ຮັບ​ມື​ກັບ​ບັນ​ດາ​ການ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ກອງ​ປະ​ຊຸມ​ໄດ້​ມີ​ຄຳ​ໝັ້ນ​ສັນ​ຍາ​ປະ​ກອບ ກວ່າ 5,3 ຕື້ USD ເພື່ອ​ບັນລຸ​ບັນ​ດາ​ຈຸດ​ໝາຍ​ດັ່ງ​ກ່າວ​ໃຫ້​ໄດ້. ອາ​ເມ​ລິ​ກາ ແລະ 20  ປະ​ເທດ​ມີ​ຄຳ​ໝັ້ນ​ສັນ​ຍາ​ສ້າງ​ຕັ້ງ 40 ເຂດ​ອະ​ນຸ​ລັກ​ຮັກ​ສາ​ທະ​ເລ​ໃນ​ທົ່ວ​ໂລກ. ນີ້​ແມ່ນ​ເຂດ​ຈຳ​ກັດ​ການ​ຫາ​ປາທາງ​ການ​ຄ້າ, ຂຸດ​ຄົ້ນ​ນ້ຳ​ມັນ​ອາຍ​ແກ​ສ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ອື່ນ​ທີ່​ຜົນ​ສະ​ທ້ອນ​ເຖິງ​ລະ​ບົບ​ຊີ​ວະ​ພາບ​ທະ​ເລ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ