ກວາງງ້າຍຮັບເອົາແມ່ພິມສະໄໝລາດຊະວົງຫງວຽນກ່ຽວຂ້ອງເຖິງເກາະລິ໋ເຊີນແລະໝູ່ເກາະຮ່ວາງຊາ

ກວາງງ້າຍຮັບເອົາແມ່ພິມສະໄໝລາດຊະວົງຫງວຽນກ່ຽວຂ້ອງເຖິງເກາະລິ໋ເຊີນແລະໝູ່ເກາະຮ່ວາງຊາ - ảnh 1
ກວາງງ້າຍຮັບເອົາແມ່ພິມສະໄໝລາດຊະວົງຫງວຽນ
ກ່ຽວຂ້ອງເຖິງເກາະລິ໋ເຊີນແລະໝູ່ເກາະຮ່ວາງຊາ
(ພາບ: danviet)


(vovworld) –​ ຕອນ​ເຊົ້າ​ວັນ​ທີ 29/12, ຫໍ​ພິ​ພິ​ດ​ຕະ​ພັ​ນ​ສັງ​ລວມ​ແຂວງ ກວາງ​ງ້າຍ ໄດ​້​ສົມ​ທົບ​ກັບ​ສະ​ມາ​ຄົມ​ມໍ​ລະ​ດົກວັດ​ທະ​ນະ​ທຳ ຈັດ​ງານ​ວາງ​ສະ​ແດງ​​ດ້ວຍຫົວ​ຂໍ້​ “ວັດ​ຖຸ​ບູຮານ​ຫວຽດ​ນາມ ຜ່ານ​ໄລ​ຍະ​ຕ່າງໆ” ແລະ ​ຮັບເອົາ “ແມ່​ພິມ​ສະ​ໄໝ​ລາດ​ຊະ​ວົງ​ຫງວຽນ ​ກ່ຽວ​ຂ້ອງ​ເຖິງ​ເກາະ​ລິ໋​ເຊີນ​ ແລະ ອະ​ທິ​ປະ​ໄຕ​ຂອງ​ລັດ​ຫວຽດ​ນາມ ສຳ​ລັບ​ໝູ່​ເກາະ​ຮ່​ວາງ​ຊາ”. ມີ​ວັດ​​ຖຸ​ບູ​ຮານເຄື່ອງ​ເຄືອບ​ດິນ​ເຜົາ​ຫວຽດ​ນາມ ຜ່ານ​ໄລ​ຍ​ະ​ຕ່າງໆກວ່າ 450 ຢ່າງ ຖືກວາງ​ສະ​ແດງ​ຢູ່ຫໍ​ພິ​ພິ​ດ​ຕະ​ພັ​ນ​ສັງ​ລວມ​ແຂວງ ກວາງ​ງ້າຍ. ບັນ​ດາ​ວັດ​ຖຸ​ບູ​ຮານນີ້ ສ່ວນ​ຫຼາຍ​ໄດ້​ຊອກ​ເຫັນ​ຢູ່​ເຂດ​ແຄມ​ທະ​ເລຂອງ ກວາງ​ງ້າຍ, ກວາງ​ນາມ, ບິ່ງ​ທ້ວນ, ກ່າ​ເມົາ​.

      ໃນ​ຈຳ​ນວນແມ່​ພິມ​ສະ​ໄໝ​ລາດ​ຊະ​ວົງ​ຫງວຽນ ​ກ່ຽວ​ຂ້ອງ​ເຖິງ​ເກາະ​ລິ໋​ເຊີນ​ ແລະ ອະ​ທິ​ປະ​ໄຕ​ຂອງ​ລັດ​ຫວຽດ​ນາມ ສຳ​ລັບ​ໝູ່​ເກາະ​ຮ່​ວາງ​ຊາ ເກືອບ 35.000 ແຜ່ນ ໂດຍ​ສູ​ນ​​ເກັບ​ຮັກ​ສາແຫ່ງ​ຊາດ​ເລກ 4 ພວມ​​ຮັກ​ສານັ້ນ, ມີ ແມ່​ພິມ 17 ແຜ່ນ ກ່ຽວ​ຂ​້ອງ​ເຖິງ​ອະ​ທິ​ປະ​ໄຕ​ສຳ​ລັບ 2 ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ຂອງ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ