ກວາງ​ນິງ ກຽມ​ພ້ອມ​ຈັດ​ການ​ເລືອກ​ຕັ້ງ​ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI, ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ

(VOVWORLD) - ເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນໃນອາຍຸການ 2026 – 2031, ບັນດາທ້ອງຖິ່ນຂອງແຂວງ ກວາງນິງ ພວມຮີບເຮັ່ງປະຕິບັດ ສຳເລັດວຽກງານກະກຽມສຸດທ້າຍໃຫ້ວັນບຸນໃຫຍ່ຂອງປະເທດຊາດ.
ກວາງ​ນິງ ກຽມ​ພ້ອມ​ຈັດ​ການ​ເລືອກ​ຕັ້ງ​ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI, ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ - ảnh 1ຢູ່ບັນດາຫໍວັດທະນະທຳບ້ານ, ຄຸ້ມຖະໜົນ ຫຼື ສຳນັກງານຕາແສງ, ເຂດພິເສດ, ຢູ່ບັນດາສະຖານທີ່ປ່ອນບັດໄດ້ປະດັບປະດາທຸງຊາດ, ປ້າຍຄຳຂວັນ ຢ່າງສະຫງ່າຜ່າເຜີຍ (ພາບ: VOV)

ໃນຊຸມວັນນີ້, ຢູ່ແຂວງ ກວາງນິງ, ບັນຍາກາດກະກຽມໃຫ້ການເລືອກຕັ້ງໄດ້ແຜ່ກະຈາຍຈາກເຂດຕົວເມືອງລົງສູ່ເຂດພູດອຍ, ຊາຍແດນ, ທະເລໝູ່ເກາະ. ຢູ່ບັນດາຫໍວັດທະນະທຳບ້ານ, ຄຸ້ມຖະໜົນ ຫຼື ສຳນັກງານຕາແສງ, ເຂດພິເສດ, ຢູ່ບັນດາສະຖານທີ່ປ່ອນບັດໄດ້ປະດັບປະດາທຸງຊາດ, ປ້າຍຄຳຂວັນ ຢ່າງສະຫງ່າຜ່າເຜີຍ ແລະ ຮຸ່ງເຮືອງເຫຼືອງເຫຼື້ອມ. ລຸງ ຮວ່າງວັນລຽນ, ອາຍຸ 70ປີ, ເລຂາພັກ, ຫົວໜ້າຄຸ້ມຖະໜົນເຂດ 5, ເຂດພິເສດ ເວິນດົນ, ໃຫ້ຮູ້ວ່າ:

“ຢູ່ຄຸ້ມຖະໜົນຂອງພວກຂ້າພະເຈົ້າໄດ້ກະກຽມຢ່າງຄົບຖ້ວນ, ພິເສດແມ່ນສຳຫຼວດກວດຄືນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ, ໂດຍສະເພາະແມ່ນ ຈັດການພົບປະລະຫວ່າງປະຊາຊົນກັບຜູ້ສະໝັກເລືອກຕັ້ງສະພາປະຊາຊົນທຸກຂັ້ນ. ພວກຂ້າພະເຈົ້າໄດ້ສຳຫຼວດກວດຄືນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງທັງໝົດ, ບໍ່ໃຫ້ພາດ, ບໍ່ໃຫ້ຂາດຜູ້ໃດ ແລະ ຈະພະຍາຍາມປະຕິບັດວຽກງານເລືອກຕັ້ງໃຫ້ດີທີ່ສຸດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຂັ້ນເທິງ.”

ກວາງ​ນິງ ກຽມ​ພ້ອມ​ຈັດ​ການ​ເລືອກ​ຕັ້ງ​ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI, ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ - ảnh 2ລຸງ ຮວ່າງວັນລຽນ, ອາຍຸ 70ປີ, ເລຂາພັກ, ຫົວໜ້າຄຸ້ມຖະໜົນເຂດ 5, ເຂດພິເສດ ເວິນດົນ

ແຂວງ ກວາງນິງ ໄດ້ສ້າງຕັ້ງ 363 ຄະນະເລືືອກຕັ້ງສະມາຊິກສະພາປະຊາຊົນຂັ້ນຕາແສງ, 15 ຄະນະເລືອກຕັ້ງສະພາປະຊາຊົນຂັ້ນແຂວງ ແລະ 3 ຄະນະເລືອກຕັ້ງສະມາຊິກສະພາແຫ່ງຊາດ; ສ້າງຕັ້ງ 1.243 ໜ່ວຍເລືອກຕັ້ງ, ເທົ່າກັບ 1.243 ເຂດປ່ອນບັດເລືອກຕັ້ງ.


ຕອບກັບ

ຂ່າວ/ບົດ​ອື່ນ