ກວາງນິງ: ຕ້ອນຮັບໃບຢັ້ງຢືນປູຊະນີຍະສະຖານລະດັບຊາດ ແລະ ໄຂງານບຸນ ອຽນຕື໋

ກວາງນິງ: ຕ້ອນຮັບໃບຢັ້ງຢືນປູຊະນີຍະສະຖານລະດັບຊາດ ແລະ ໄຂງານບຸນ ອຽນຕື໋ - ảnh 1
ພິທີຕ້ອນຮັບໃບ​ຢັ້ງຢືນ​ປູຊະນີຍະສະຖານ​ລະດັບຊາດ ​ແລະ ​ໄຂ​ງານ​ບຸນ ອຽນ​ຕື໋
(ພາບ: laodong.com)

(vovworld) - ຕອນ​ຄຳ່​ວັນ​ທີ 18/2 (ກົງ​ກັບ​ວັນ​ທີ 9 ​ເດືອ​ນຈຽງ), ຢູ່ ວັດ​ຈິ່ງ, ນະ​ຄອນ ອວງບີ໋, ​ແຂວງ ກວາງ​ນິນ ​ໄດ້​ຈັດ​ພິທີ​ໄຂ​ງານ​ບຸນ ອຽນ​ຕື໋ ​ແລະ ຮັບ​ໃບ​ຢັ້ງຢືນ​ປູ​ຊະນີ​ຍະສະ​ຖານ​ລະດັບ​ຊາດ​ພິ​ເສດ​ໃຫ້​ແກ່ ທັດສະນີ​ຍະ​ພາບ​ທີ່​ມີ​ຊື່​ສຽງ ອຽນ​ຕື໋. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ ​ແຂ​ວງ ກວາງ​ນິນ ​ໃນ​ການ​ປົກ​ປັກ​ຮັກສາ, ບູລະນະ​ປະຕິສັງຂອນ, ​ເສີມ​ຂະຫຍາຍຄຸນ​ຄ່າ​ວັ​ດທະນະ​ທຳ, ປະຫວັດສາດ​ຂອງ​ປູຊະນີ​ຍະສະ​ຖານ, ທັດສະນີ​ຍະ​ພາບ ອຽນ​ຕື໋ ​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ​:

“ນີ້​ແມ່ນ​ປະຖົມ​ປັດ​ໄຈ, ​ແມ່ນ​ໂອກາດ​ສຳຄັນ​ເພື່ອ​ໃຫ້​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ ກວາງ​ນິນ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ສືບ​ຕໍ່ ບູລະນະ​ປະຕິສັງຂອນ, ​ເສີມ​ຂະຫຍາຍ​ປູ​ຊະນີ​ຍະສະ​ຖານ​ໃຫ້​ດີ​ທີ່​ສຸດ ​ເພື່ອ​ຮັບ​ໃຊ້​ການ​ສຶກສາ​ວັດທະ​ນະ​ທຳ ຫວຽດນາມ, ພັດທະນາ​ການທ່ອງທ່ຽວ​ວັດທະນະທຳ ​ແລະ ທຳ​ມະ​ຊາດ ​ເຮັດ​ໃຫ້ ​ເຂດ​ທ່ອງ​ທ່ຽວ ອຽນ​ຕື໋ ຍາມ​ໃດ​ກໍ່​ສົມ​ເປັນ​ປູຊະນີຍະສະຖານ​ລະດັບຊາດ ພິເສດ”

ພາຍຫຼັງ​ພິທີ​ມອບ​ໃບ​ຢັ້ງຢືນ​ປູ​ຊະນີ​ຍະສະ​ຖານ​ລະດັບຊາດ​ພິ​ເສດ​ໃຫ້​​ເຂດ​ທັດສະ​ນີຍະ​ພາບ ອຽນ​ຕື໋ ​ແມ່ນ​ພິທີ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາພະພຸດທະ​ເຈົ້າ ​ເຈີ່ນ​ເຍີນຕົງ, ພິທີ​ພາວະນາ​ຂໍ​ໃຫ້​ປະຊາ​ຊົນ ​ແລະ ປະ​ເທດ​ຊາດ​ມີ​ຄວາມ​ສະຫງົບ​ສຸກ ​ແລະ ພິທີ​ຈຳ​້ກາ​ສັກສິດ ອຽນ​ຕື໋. ຫຼັງ​ຈາກ​ນັ້ນ ​ແມ່ນ​ລາຍການ​ສະ​ແດງ​ສິລະ​ປະ​ທີ່​ມີ​ຊື່ວ່າ “ອຽນ​ຕື໋ ຈຸກ​ເລີມ​ ​ແຫ່ງ​ສັກສິດ” ທີ່​ໄດ້ວາດ​ພາບ​ຄືນຊີວິດ ​ແລະ ພາລະກິດ​ຂອງ​ເຈົ້າ​ຊີວິດ ​ເຈີ​ນ​ເຍີນຕົງ, ຜູ້​ມີ​ຄຸນງາມຄວາມດີ​ໃນ​ການກໍ່​ຕັ້ງນິກາຍ ຈຸກ​ເລີມ​ອຽນ​ຕື໋.

 

ຂ່າວ/ບົດ​ອື່ນ