ກວາງນິງ ຜັນຂະຫຍາຍບັນດານະໂຍບາຍພິເສດສະເພາະໃນການດຶງດູດເງິນລົງທຶນ

(VOVWORLD) - ໄລ່ຮອດວັນທີ 25 ພະຈິກ, ຍອດທຶນ FDI ຂອງແຂວງ ບັນລຸເກືອບ 19.660 ຕື້ດົ່ງ.
ກວາງນິງ ຜັນຂະຫຍາຍບັນດານະໂຍບາຍພິເສດສະເພາະໃນການດຶງດູດເງິນລົງທຶນ - ảnh 1(ເຂດອຸດສາຫະກຳແຫ່ງໜຶ່ງຢູ່ ກວາງນິງ)

        ໃນໄລຍະຜ່ານມາ, ກວາງນິງ ໄດ້ຜັນຂະຫຍາຍຫຼາຍນະໂຍບາຍ, ກົນໄກພິເສດສະເພາະເພື່ອແນໃສ່ຊຸກຍູ້ພັດທະນາດ້ານການຄ້າ, ສ້າງບາດກ້າວຫັນປ່ຽນຢ່າງຕັ້ງໜ້າໃນການດຶງດູດເງິນລົງທຶນ.

        ກ່ຽວກັບການດຶງດູດເງິນລົງທຶນ, ທາງແຂວງ ກຳນົດບຸລິມະສິດໃຫ້ແກ່ບັນດາໂຄງການມີຄຸນນະພາບສູງ, ຄື: ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ລຸ້ນໃໝ່, ການເງິນສີຂຽວ, ເຕັກໂນໂລຊີກ້າວໜ້າ ແລະ ບັນດາເຂດອຸດສາຫະກຳຊີວະພາບ, ອັດສະລິຍະ. ຄະນະກຳມະການປະຊາຊົນແຂວງ ໄດ້ປະກາດໃຊ້ມະຕິສະບັບຕ່າງໆ ເພື່ອຫັນບັນຊີ ແລະ ໂຄງການດຶງດູດການລົງທຶນໃຫ້ແກ່ໄລຍະ 2025 – 2030 ໃຫ້ເປັນລະອຽດ, ພ້ອມກັນນັ້ນ, ສ້າງໂຄງການສົ່ງເສີມການລົງທຶນປີ 2025 ເພື່ອເຊື່ອມຕໍ່, ເຊີນນັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ.

        ພ້ອມກັບການດຶງດູດການລົງທຶນ, ກວາງນິງ ເອົາໃຈໃສ່ສ້າງນະໂຍບາຍພິເສດສະເພາະ ເພື່ອຂຸດຄົ້ນທ່າໄດ້ປຽບດ້ານການຄ້າຊາຍແດນ. ໜຶ່ງໃນບັນດາຈຸດພົ້ນເດັ່ນແມ່ນແຜນນະໂຍບາຍທົດລອງການກໍ່ສ້າງ “ດ່ານຊາຍແດນອັດສະລິຍະ” ມອງກາຍ - ຕຸງສິງ (ຈີນ). ພ້ອມກັນນັ້ນ, ທາງແຂວງກໍ່ພວມຊຸກຍູ້ທົດລອງເຂດຮ່ວມມືຂະແໜງອາຊີບຜ່ານຊາຍແດນ ມອງກາຍ - ຕຸງສິງ, ແນໃສ່ໃຫ້ບຸລິມະສິດດຶງດູດການລົງທຶນ ແລະ ຍູ້ແຮງການຮ່ວມມືຂະແໜງອາຊີບ; ຕິດພັນກັບການຜະລິດ, ປຸງແຕ່ງ, ຈຳໜ່າຍຢູ່ເຂດຊາຍແດນ.

        ບັນດານະໂຍບາຍພິເສດສະເພາະທີ່ ກວາງນິງ ຜັນຂະຫຍາຍໃນປີຜ່ານມາ ໄດ້ສະແດງໃຫ້ເຫັນໝາກຜົນຢ່າງຈະແຈ້ງກ່ຽວກັບການດຶງດູດທຶນ, ເປີດກວ້າງການເຊື່ອມຕໍ່ດ້ານການຄ້າ ແລະ ສະເໜີບັນດາຮູບແບບຮ່ວມມືໃໝ່. ໄລ່ຮອດວັນທີ 25 ພະຈິກ, ຍອດທຶນ FDI ຂອງແຂວງ ບັນລຸເກືອບ 19.660 ຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ