ກ໋ວາງນິງ: ແຂກທ່ອງທ່ຽວເຂົ້າຮ່ວມງານບຸນວິຫານ ຊ໋າຕັກ ນັບພັນຄົນ

(VOVWORLD) -  ວັນທີ 06 ມີນາ, ປະຊາຊົນ ແລະ ແຂກທ່ອງທ່ຽວນັບພັນຄົນໄດ້ເຂົ້າຮ່ວມພິທີເປີດງານບຸນວິຫານ ຊ໋າຕັກ ຢູ່ນະຄອນ ມ໊ອງກ໊າຍ, ແຂວງ ກ໋ວາງນິງ.
ກ໋ວາງນິງ: ແຂກທ່ອງທ່ຽວເຂົ້າຮ່ວມງານບຸນວິຫານ ຊ໋າຕັກ ນັບພັນຄົນ - ảnh 1 ງານບຸນວິຫານ ຊ໋າຕັກ

ງານບຸນວິຫານ ຊ໋າຕັກ ປີນີ້ໄດ້ດຳເນີນແຕ່ວັນທີ 5 – 6 ມີນາ. ປະຊາຊົນ ແລະ ແຂກທ່ອງທ່ຽວນັບພັນຄົນລ້ວນແຕ່ມີຄວາມພາກພູມໃຈໄດ້ເຂົ້າຮ່ວມເຫດການນີ້. ທ່ານ ຫງວຽນຕ໊ຽນຢຸງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ມ໊ອງກ໊າຍ ໃຫ້ຮູ້ວ່າ:

        ງານບຸນດັ່ງກ່າວໄດ້ມີມາເກືອບ 800 ປີມາແລ້ວ. ນີ້ແມ່ນຈຸດວັດທະນະທຳທີ່ເປັນມູນເຊື້ອ, ຍົກສູງຈິດໃຈຮັກຊາດ, ຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ ແລະ ເຮັດໃຫ້ຄົນເຮົາມີອາລົມເພື່ອອອກແຮງງານ, ທຳການຜະລິດ, ຮ່ວມແຮງຮ່ວມໃຈສ້າງສາ ແລະ ພັດທະນາປະເທດຊາດ. ງານບຸນດັ່ງກ່າວໄດ້ຈັດຕັ້ງຕາມຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ພວກຂ້າພະເຈົ້າຈັດຕັ້ງຖືກຕາມບັນດາຂໍ້ກຳນົດຂອງກົດໝາຍ, ຮັບປະກັນເນື້ອໃນ, ການເຫລື້ອມໃສຕາມຮີດຄອງປະເພນີ. ພ້ອມທັງ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ບໍ່ປະໃຫ້ເກີດບັນດາກໍລະນີສວຍໃຊ້ໂອກາດທຳລາຍຄວາມໝາຍຂອງງານບຸນ.

ຕອບກັບ

ຂ່າວ/ບົດ​ອື່ນ