ກວາງຫງາຍເຊີດຊູຜູ້ບໍລິຈາກເລືອດດີເດັ່ນ

ກວາງຫງາຍເຊີດຊູຜູ້ບໍລິຈາກເລືອດດີເດັ່ນ - ảnh 1
ພິທີເຊີດຊູຜູ້ບໍລິຈາກເລືອດດີເດັ່ນແຂວງ ກວາງຫງາຍ ປີ 2013
(ພາບ: thongtinquangngai.com)

(vovworld) – ຕອນ​ເຊົ້າ​ວັນ​ທີ 14/6, ຄະນະ​ຊີ້​ນຳ​ຂົນຂວາຍ​ການ​ບໍລິຈາກ​​ເລືອດ​ແຂວງ ກວາງ​ຫງາຍ ຈັດ​ຕັ້ງ​ພິທີ​ເຊີດ​ຊູ 59 ຄົນ​ບໍລິຈາກ​ເລືອກ​ດີ​ເດັ່ນ​ປີ 2014. ມາ​ຮອດ​ປະຈຸ​ບັນ, ​ໃນ​ທົ່ວ​ແຂວງ ກວາງ​ຫງາຍ ມີ​ຜູ້​ບໍລິຈາກ​ເລືອດ​​ແຕ່ 7 ​ຄັ້ງ​ຂຶ້ນ​ໄປ​ແມ່ນ 300 ຄົນ. ດັ່ງ​ນັ້ນ, ​ແຂວງ ກວາງ​ຫງາຍ ຕອບ​ສະໜອງຄວາມ​ຕ້ອງການ​​ເລືອດ​ໃນ​ການພະຍາບານ​ສຸກ​ເສີນ ​ແລະ ປິນປົ່ວ​​ໄດ້ 100%. ​ເອື້ອຍ ຫງວຽນ​ທິບີ​ກງອກ, ປະຊາຊົນ​ຜູ້​ໜຶ່ງ​ເຂົ້າ​ຮ່ວມ​ການ​ບໍລິຈາກ​ເລືອດ, ​ໃຫ້​ຮູ້​ວ່າ:

    “​ເມື່ອ​ຊົມໂທລະພາບ, ຟັງ​ວິທະຍຸ​ຂ້າພະ​ເຈົ້າ​ກໍ່​ຮູ້​ວ່າ, ມີ​ຄົນ​ເຈັບ​ຫຼາຍ​ຄົນ​ໃກ້​ຈະ​ເສຍ​ຊີວິດ​ຍ້ອນຂາດເລືອດ​. ຈາກ​ນັ້ນ, ຂ້າພະ​ເຈົ້າ​​ໄດ້ຮຽກຮ້ອງ​ໃຫ້​ພວກ​ລູກ​ໄປ​ບໍລິຈາກ​ເລືອດ. ​​ປີ​ໃດ, ທັງ 3 ​ແມ່​ລູກ​ຂ້າພະ​ເຈົ້າ​ກໍ່​ໄປ​ບໍລິຈາກ​​ເລືອດ​ໃຫ້​ໂຮງໝໍ ຫຼື ​ເຂົ້າ​ຮ່ວມ​ການ​ບໍລິຈາກ​ເລືອດ​ຕາມ​ຂະ​ບວນການ.”

ຂ່າວ/ບົດ​ອື່ນ