ກໍ່ສ້າງ ບັກນິງ ກາຍເປັນຕົວເມືອງເປັນຕາໜ້າດຳລົງຊີວິດ

(VOVWORLD) -ຕອນຄ່ຳວັນທີ 17 ມີນາ, ທີ່ນະຄອນ ບັກນິງ, ແຂວງ ບັກນິງ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ເຂົ້າຮ່ວມພິທີປະກາດຂໍ້ຕົກລົງຂອງນາຍົກລັດຖະມົນຕີ ຫວຽດນາມ ກ່ຽວກັບເລື່ອງຮັບຮອງເອົານະຄອນ ບັກນິງ ກາຍເປັນຕົວເມືອງປະເພດ 1 ຂຶ້ນກັບແຂວງ ບັກນິງ.
ກໍ່ສ້າງ ບັກນິງ ກາຍເປັນຕົວເມືອງເປັນຕາໜ້າດຳລົງຊີວິດ - ảnh 1 ທີ່ພິທີປະກາດຂໍ້ຕົກລົງ

 ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ເນັ້ນໜັກວ່າ:

ແຂວງ ບັກນິງ ຄວນສືບຕໍ່ຍູ້ແຮງການປະຕິຮູບດ້ານການບໍລິຫານ; ສ້າງອຳນາດການປົກຄອງແຫ່ງຄວາມສັດຊື່ບໍລິສຸດ, ສ້າງສັນ, ມີການກະທຳ, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດ. ພັດທະນານະຄອນສະຫລາດ, ອຳນາດການປົກຄອງເອເລັກໂຕນິກ, ຮັບປະກັນການເປີດເຜີຍ, ໂປ່ງໃສ. ເອົາໃຈໃສ່ເປັນພິເສດເຖິງການປົກປັກຮັກສາສິ່ງແວດລ້ອມ; ການຄຸ້ມຄອງ, ນຳໃຊ້ທີ່ດິນ, ຊັບພະຍາກອນຢ່າງມີປະສິດທິຜົນ; ເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ເອົາໃຈໃສ່ພັດທະນາດ້ານວັດທະນະທຳ - ສັງຄົມ, ຮັບປະກັນຊີວິດສັງຄົມ, ເບິ່ງແຍງດູແລຊີວິດການເປັນຢູ່ໃຫ້ຜູ້ມີຄຸນງາມຄວາມດີ, ເປົ້າໝາຍນະໂຍບາຍ ແລະ ຄອບຄົວທຸກຍາກ”.

        ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ກໍ່ໃສ່ໃຈວ່າ ບັກນິງ ຄວນສ້າງບັນຍາກາດເປັນຕົວເມືອງເປີດ, ສະຫລາດ ດ້ວຍສະຖາປັດຕະຍະກຳຂຽວ, ທັນສະໄໝ, ເຂັ້ມຂຸ້ນໄປ    ດ້ວຍສີສັນວັດທະນະທຳຂອງ ບັກນິງ.

 


ຕອບກັບ

ຂ່າວ/ບົດ​ອື່ນ