ກໍ່ສ້າງ, ພັດທະນານະຄອນ ບວງມາທວດ ໃຫ້ກາຍເປັນໃຈກາງ, ເຂດເຕີບໂຕຂອງເຂດ ໄຕງວຽນ

(VOVWORLD) -ເມື່ອປຶກສາຫາລືກ່ຽວກັບຮ່າງມະຕິ “ທົດລອງບາງກົນໄກ, ນະໂຍບາຍພິເສດສະເພາະພັດທະນານະຄອນ ບວງມາທວດ, ແຂວງ ດັກລັກ”, ສະມາຊິກສະພາແຫ່ງຊາດຫຼາຍທ່ານຢືນຢັນວ່າ ນີ້ແມ່ນວຽກງານຈຳເປັນ
ກໍ່ສ້າງ, ພັດທະນານະຄອນ ບວງມາທວດ ໃຫ້ກາຍເປັນໃຈກາງ, ເຂດເຕີບໂຕຂອງເຂດ ໄຕງວຽນ - ảnh 1ທ່ານ ໂຕວັນຕາມ, ສະມາຊິກສະພາແຫ່ງຊາດແຂວງ ກອນຕຸມ
(ພາບ: quochoi.vn)

        ໂດຍສືບຕໍ່ລາຍການຂອງກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ບັນດາສະມາຊິກສະພາແຫ່ງຊາດ ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງມະຕິ 2 ສະບັບຄື: “ທົດລອງບາງກົນໄກ, ນະໂຍບາຍພິເສດສະເພາະພັດທະນານະຄອນ ບວງມາທວດ, ແຂວງ ດັກລັກ” ແລະ “ທົດລອງມອບສິດຄັດເລືອກນຳໃຊ້ປາຍລົດໂອໂຕຜ່ານການຂາຍປະມູນ”.

        ເມື່ອປຶກສາຫາລືກ່ຽວກັບຮ່າງມະຕິ “ທົດລອງບາງກົນໄກ, ນະໂຍບາຍພິເສດສະເພາະພັດທະນານະຄອນ ບວງມາທວດ, ແຂວງ ດັກລັກ”, ສະມາຊິກສະພາແຫ່ງຊາດຫຼາຍທ່ານຢືນຢັນວ່າ ນີ້ແມ່ນວຽກງານຈຳເປັນເພື່ອກໍ່ສ້າງ, ພັດທະນານະຄອນ ບວງມາທວດ ໃຫ້ກາຍເປັນໃຈກາງ, ເຂດເຕີບໂຕຂອງເຂດ ໄຕງວຽນ.

        ຕອນບ່າຍວັນທີ 07 ພະຈິກ, ສະມາຊິກສະພາແຫ່ງຊາດປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງກົດໝາຍວ່າດ້ວຍລາຄາ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການຂາຍປະມູນ (ສະບັບປັບປຸງ).

ຕອບກັບ

ຂ່າວ/ບົດ​ອື່ນ