ກໍ່ສ້າງນະ​ຄອ​ນ​ອັດ​ສະ​ລິ​ຍະ ແລະ ຍືນ​ຍົງ​ແມ່ນ​ທ່າ​ອ່ຽງ​ທີ່ຕ້ອງ​ເປັນ​ໄປ

(VOVWORLD) -ນະຄອນອັດສະລິຍະແບບຍືນຍົງ ແມ່ນນະຄອນປ່ຽນແປງໃໝ່ປະດິດຄິດສ້າງ, ແມ່ນສະຖານທີ່ເຕັກໂນໂລຢີຂໍ້ມູນຂ່າວ, ສື່ມວນຊົນ ແລະ ພາຫະນະຕ່າງໆ ໄດ້ນຳໃຊ້ເພື່ອຍົກສູງຄຸນນະພາບ ໃນການດຳລົງຊີວິດ, ລັກສະນະປະສິດທິຜົນຂອງ ການເຄື່ອນໄຫວຕົວເມືອງ ແລະ ການບໍລິການ, ກໍ່ຄືລັກສະນະແກ້ງແຍ້ງ, ຫາກຍັງຮັບປະກັນການຕອບສະໜອງຄວາມຕ້ອງການດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ຂອງລຸ້ນຄົນໃນປັດຈຸບັນ ແລະ ອະນາຄົດ.



ເວທີປາໄສນະຄອນອັດສະລິຍະ ແລະ ຍືນຍົງຈະດຳເນີນໃນວັນທີ 24 ພະຈິກ ຕາມຮູບແບບທາງໄກ. ເຫດການໂດຍມະຫາວິທະຍາໄລ RMIT (ອົດສະຕາລີ) ສົມທົບກັບສະຖາບັນຄົ້ນຄ້ວາການບໍລິຫານເສດຖະກິດ ສູນກາງ (CIEM) ແລະ ສູນໜູນຊ່ວຍ ແລະ ໃຫ້ຄຳປຶກສາຫັນເປັນດີຈີຕອນ ນະຄອນໂຮ່ຈີມິນ (DXCenter) ຈັດຂຶ້ນດ້ວຍການເຂົ້າຮ່ວມຂອງນັກບັນລະຍາຍທີ່ມາຈາກບັນດາອົງການພາກລັດ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະລານ.

ນະຄອນອັດສະລິຍະແບບຍືນຍົງ ແມ່ນນະຄອນປ່ຽນແປງໃໝ່ປະດິດຄິດສ້າງ, ແມ່ນສະຖານທີ່ເຕັກໂນໂລຢີຂໍ້ມູນຂ່າວ, ສື່ມວນຊົນ ແລະ ພາຫະນະຕ່າງໆ ໄດ້ນຳໃຊ້ເພື່ອຍົກສູງຄຸນນະພາບ ໃນການດຳລົງຊີວິດ, ລັກສະນະປະສິດທິຜົນຂອງ ການເຄື່ອນໄຫວຕົວເມືອງ ແລະ ການບໍລິການ, ກໍ່ຄືລັກສະນະແກ້ງແຍ້ງ, ຫາກຍັງຮັບປະກັນການຕອບສະໜອງຄວາມຕ້ອງການດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ຂອງລຸ້ນຄົນໃນປັດຈຸບັນ ແລະ ອະນາຄົດ.

ບົນຈິດໃຈນັ້ນ, ບັນດານັກບັນລະບາຍເຂົ້າຮ່ວມເວທີປາໄສນະຄອນອັດສະລິຍະ ແລະ ຍືນຍົງ ຈະແບ່ງປັນຂໍ້ມູນກ່ຽວກັບການພົວພັນຮ່ວມມື ລະຫວ່າງ ນະຄອນອັດສະລິຍະ ແລະ ລັກສະນະແບບຍືນຍົງ ກໍ່ຄືອະທິປາຍເປັນຫຍັງ ນີ້ແມ່ນທິດທາງເດີນອັນໜຶ່ງດຽວ ໃຫ້ແກ່ບັນດານະຄອນຫວຽດນາມ ໃນອະນາຄົດ. ກໍ່ຄືໃນຂອບເຂດໂຄງການ, ມະຫາວິທະຍາໄລ RMIT ຈະປະກາດບົດລາຍງານສະບັບຫຼ້າສຸດ ທີ່ມີຊື່ວ່າ “ຫັນເປັນດີຈີຕອນຢູ່ ຫວຽດນາມ: ສຳຫຼວດວິສາຫະກິດຂະໜາດກາງ ແລະ ນ້ອຍ, ລັດວິທະຫາກິດ”

ຢູ່ຫວຽດນາມ, ບັນດາສູນຕົວເມືອງ ພວມເປີດກວ້າງໂດຍໄວໃນໄລຍະຜ່ານມາ, ຕາມໝາກຜົນຂອງການສຳຫຼວດປະຊາກອນຫວ່າງມໍ່ໆມານີ້, 2 ນະຄອນໃຫຍ່ທີ່ສຸດ ຂອງ ຫວຽດນາມ ແມ່ນຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ຕາມລຳດັບແມ່ນປະມານ 8 ລ້ານ ຄົນ ແລະ 9 ລ້ານຄົນ. ໃນໄລຍະຈະມາເຖິງ, ປະຊາກອນໄດ້ຄາດຄະເນວ່າຈະສືບຕໍ່ເພີ່ມຂຶ້ນຢູ່ບາງຕົວເມືອງໃຫຍ່. ຍິ່ງໄປກ່ວານັ້ນ, 2/3 ຈຳນວນບັນດາແຂວງ, ນະຄອນ ຢູ່ ຫວຽດນາມ ກໍ່ພວມເລີ່ມສ້າງຕົວເມືອງອັດສະລິຍະ.

ຕອບກັບ

ຂ່າວ/ບົດ​ອື່ນ