ກໍ່ສ້າງຮູບແບບສະຫະ ກອນໃໝ່ຢູ່ເຂດທົ່ງພຽງ ແມ່ນ້ຳຂອງ

ກໍ່ສ້າງຮູບແບບສະຫະ ກອນໃໝ່ຢູ່ເຂດທົ່ງພຽງ ແມ່ນ້ຳຂອງ - ảnh 1

(ພາບປະກອບ:vietnamplus.vn)

(vovworld)- ຕອນ​​​ບ່າຍ​ວັນ​ທີ 15/7, ຢູ່​ເກີນ​ເທີ, ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ສົມທົບ​ກັບ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ​ໄດ້​ຈັດ​ກອງ​ປະຊຸມ​ຊາບ​ຊືມໜ້າ​ທີ່​ປະຕິບັດ​ແຜນ​ຮ່າງ ”ສຳ​ຫຼວດ, ຕີ​ລາຄາ​ໝາກຜົນ​ການ​ເຄື່ອນ​ໄຫວຮູບ​ແບບ​ເສດຖະກິດ​ຮ່ວມ​ມື, ສະຫະກອນ; ສ້າງ​ທົດ​ລອງ​ຮູບ​ແບບ​ສະຫະກອນ​ໃໝ່ຢູ່​ເຂດ​ທົ່ງພຽງ​ແມ່ນ້ຳຂອງ“. ທີ່​ກອງ​ປະຊຸມ, ຜູ້​ແທນ​ຫຼາຍ​ທ່ານ​ໄດ້​ເນັ້ນໜັກ​ເຖິງ​ຄວາມ​ຈຳ​ເປັນ​ຂອງ​ການ​ສ້າງ​ທົດ​ລອງຮູບ​ແບບ​ສະຫະກອນ​ໃໝ່, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ຜະລິ​ດ​ເຂົ້າ, ປູກ​ຕົ້ນ​ໄມ້​ກິນ​ໝາກ, ລ້ຽງ​ປາຈາຢູ່​ເຂດ​ທົ່ງພຽງ​ແມ່ນ້ຳຂອງທາງ​ພາກ​ໃຕ້​ຫວຽດນາມ. ຕາມ​ທ່ານ​ດັ້ງຮູຍ​ດົງ, ຮອງ​ລັດຖະມົນຕີ, ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ​ແລ້ວ, ​ເລື່ອງ​ຜັນ​ຂະຫຍາຍຮູບ​ແບບ​ສະຫະກອນ​ໃໝ່ ຈະ​ສ້າງ​ເງື່ອ​ນໄຂສະດວກ​ເພື່ອ​ສ້າງ​ທົດ​ລອງ ​ແລະ ທະວີຄູນ​ບັນດາ​ຮູບ​ແບບ​ຜະລິດ​ຢູ່ເຂດ​ທົ່ງພຽງ​ແມ່ນ້ຳຂອງແມ່ນ້ຳຂອງທາງ​ພາກ​ໃຕ້​ຫວຽດນາມ​ໃຫ້​ປະສົບ​ຜົນສຳ​ເລັດ​ໃນ​ອະນາຄົດ:

   ”ຜ່ານ​ຮູບ​ແບບ​ສະຫະກອນ​ໃໝ່, ບັນດາ​ສະມາຊິກ, ລະອຽດ​ແມ່ນ​ຊາວ​ກະສິກອນ​ຈະ​ໄດ້​ຮັບ​ການ​ສະໜອງ​ວັດຖຸ​ສົ້ນ​ເຂົ້າດ້ວຍ​ລາຄາ​ຕ່ຳ, ​ໄດ້​ຮັບ​ການ​ໜູນ​ຊ່ວຍ, ​ໃຫ​້ຄຳ​ປຶກສາ​ດ້ານ​ເຕັກນິກ, ​ເຕັກ​ໂນ​ໂລ​ຊີ​ການ​ຜະລິດ, ​ໄດ້ຮັບການ​ໜູນ​ຊ່ວຍ​ການຈຳໜ່າຍ​ຜະລິດ​ຕະພັນ​ຢ່າງ​ມີ​ປະສິດທິ​ຜົນ. ​ແຕ່​ສິ່ງ​ດັ່ງກ່າວ​ຈະ​ຊ່ວຍ​ໃຫ້​ຊາວ​ກະສິກອນ​ສາມັກຄີ​ຮ່ວມ​ມື​ນຳ​ກັນ ພ້ອມ​ກັນ​ພັດທະນາ​ເສດຖະກິດ, ປົວ​ແປງ​ຊີວິດ​ການ​ເປັນ​ຢູ່”.

 

 

 

ຂ່າວ/ບົດ​ອື່ນ