ກໍ່ສ້າງເຂດຊີວະພາບເກາະຫວູອຽນ,ຫາຍຟ່ອງທີ່ມີມູນຄ່າເກືອບ1ຕື້USD

ກໍ່ສ້າງເຂດຊີວະພາບເກາະຫວູອຽນ,ຫາຍຟ່ອງທີ່ມີມູນຄ່າເກືອບ1ຕື້USD - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ
ກ່າວ​ຄຳ​ເຫັນ​ທີ່​ພິທີ​​ເລີ່​ມລົງມື​ກໍ່ສ້າງ
(ພາບ: vovgiaothong.vn)


​​(vovworld) - ​                    ຕອນ​ເຊົ້າວັນ​ທີ 12/07, ຢູ່​ຫາຍ​ຟ່ອງ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຫາຍ​ຟ່ອງ ​ໄດ້​ສົມທົບ​ກັບ​ນັກ​ລົງທຶນ - ກຸ່ມ​ບໍລິສັດ Vingroup ​ຈັດ​ພິທີ​ເລີ່ມລົງມື​ກໍ່ສ້າງ​ໂຄງການ​ລະ​ຫຼິ້ນ​ບັນ​ເທິ​ງ, ​ເຮືອນ​ຢູ່ ​ແລະ ​ເຂດ​ສວນສາທາລະນະຊີ​ວະ​ພາບລວມ​ເນື້ອ​ທີ່​​ເກາະ ຫວູອຽນ (ຫາຍ​ຟ່ອງ) ທັງ​ໝົດ. ​ໂຄງການ​ເຂດຊີວະ​ພາບ​ເກາະ ຫວູອຽນ ດ້ວ​ຍ​ເນື້ອ​ທີ່ 872 ha ລວມມີ: ບັນດາ​ວິລາ​ຊີ​ວະ​ພາບ, ​ເດີ​ນກອບ, ​ເຂດ​ລະ​ຫຼີ້ນບັນ​ເທິງ ​ແລະ ​ເຂດສວນສາທາລະນະຊີ​ວະ​ພາບ. ດ້ວຍ​ຍອດ​ເງິ​ນລົງທຶນ​​ແມ່ນ​ເກ​ືອບ 1 ຕື້ USD.

      ກ່າວ​ຄຳ​ເຫັນ​ທີ່​ພິທີ​​ເລີ່​ມລົງມື​ກໍ່ສ້າງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ຕີ​ລາຄາ​ສູ​ງການ​ຜັນ​ຂະຫຍາຍ​ບັນດາ​​ໂຄງການໂຄງ​ລ່າງ, ດຶງ​ດູດ​ການ​ລົງທຶນ​ຂອງ​ນະຄອນ​ຫາຍ​ຟ່ອງ, ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ​ສັງ​ຄົມ, ກໍ່ສ້າງ​ນະຄອນ​ໃຫ້​ກາຍເປັນ​ເຂດ​ຕົວ​ເມືອງ​ຂຽວ - ທັນ​ສະ​ໄໝ. ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເໜີ​ໃຫ້​ແຂວງ​ຫາຍ​ຟ່ອງ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ນັກ​ລົງທຶນ, ກຸ່ມບໍລິສັດ Vingroup ສຸມ​ໃສ່​ແຫຼ່ງກຳລັງ​ເພ່ືອ​ກໍ່ສ້າງ​ໂຄງການ, ຮັບປະກັນ​ຄຸນ​ນະພາ​ບ, ສິ່ງ​ແວ​ດລ້ອມ ​ແລະ ນຳ​ເຂົ້າ​ໃຊ້​ການ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ