ກໍ່ສ້າງເສົາທຸງຊາດໃນ ເກາະຫລີເຊີນ

ກໍ່ສ້າງເສົາທຸງຊາດໃນ ເກາະຫລີເຊີນ - ảnh 1

(ພາບ: thanhnien.com.vn)

(vovworld)- ​​​ໃນ​ຂອບ​ເຂດ​ງານ​ຕັ້ງຄ້າຍ “ນັກ​ສຶກສາ​ກັບ​ເຂດ​ໝູ່​ເກາະ​ທະ​ເລ​ຂອງ​ປະ​ເທດ​ຊາດ​ປີ 2013“, ຕອນ​ເຊົ້າວັນ​ທີ 4/5, ສະມາຄົມ​ນັກ​ສຶກສາ​ຫວຽດນາມ ສົມທົບ​ກັບ​ຄະ​ນະ​ຊາວ​ໜຸ່ມ​ແຂວງ​ກວາ​ງຫງາຍ ​ໄດ້ຈັດ​ພິທິ​ເລີ່​ມລົງມື​ກໍ່ສ້າງ​ເສົາ​ທຸງຊາດ​ໃນ​ຈອມ​ພູ​ເທີ​ຍເລີຍ (Thới Lới) ຂຶ້ນກັບ​ຕາ​ແສງ​ອານ​ຫວິ໋ງ (An Vĩnh ) ​ເມືອງ​ຫລີ​ເຊີນ. ຕາມ​ການ​ອອກ​ແບບ​ແລ້ວ, ​ເສົາ​ທຸງ​ມີ​ລວງ​ສູງ 25 ມ ມຸ້ງ​ໄປ​ສູ່​ເຂດ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ຄາດ​ວ່າຈະ​ກໍ່ສ້າງ​ສຳ​​ເລັດ​ໃນ​ທ້າຍ​ປີ 2013 ນີ້. ​ເງິນ​ກໍ່ສ້າງ​ເສົາ​ທຸງ​ໂດຍ​ບັນດາ​ສະມາຄົມ​ນັກ​ສຶກສາ​ໃນ​ທົ່ວ​ປະ​ເທດ​ປະກອບ. ອ້າຍ​ຫງວຽນ​ມິ​ງຈຽດ, ຜູ້ອຳນວຍການ​ສູນ​ໜູນ​ຊ່ວຍ ​ແລະ ພັດທະນາ​ນັກ​ສຶກສາ​ຫວຽດນາມ ​ໃຫ້​ຮູ້​ວ່າ:

   “ນັກ​ສຶກສາ​ຫວຽດນາມ ລ້ວນ​ແຕ່​ມຸ້ງ​ໄປ​ສູ່​ເຂດ​ໝູ່​ເກາະ​ທະ​ເລ ​ແລະ ມີ​ຄວາມ​ປາດ​ຖະໜາ​ຢາກ​ມີ​ກິດຈະກຳ​ທີ່​ເປັນ​ຂີດ​ໝາຍ​ແຫ່ງ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ນັກ​ສຶກສາ​ຕໍ່​ອະທິປະ​ໄຕ​ເຂດ​ໝູ່​ເກາະ​ທະ​ເລ​ຂອງ​ປະ​ເທດ​ຊາດ. ກິດຈະກຳ​ດັ່ງກ່າວ​ໂດຍ​ນັກ​ສຶກສາ​ເປັນ​ຜູ້​ອອກ​ແບບ, ລະດົມ​ແຫຼ່ງທຶນ ​ແລະ ກໍ່ສ້າງ​ເອງ. ຜ່ານ​ເສົາ​ທຸງຊາດ​ນີ້, ພວກ​ຂ້າພະ​ເຈົ້າຢາກ​ໃຫ້​ຊາວ​ປະມົງ​ແຕ່ລະຄົນ​ເມື່ອ​ອອກ​ຫາ​ປາ​ຢູ່​ໄກ​ຝັ່ງ​ຈະ​ສາມາດ​ເຫັນ​ໄດ້​ທຸງຊາດ​ປີ່​ວສະ​ບັດ​ໃນ​ຈອມ​ພູ​ເທີຍ​ເລີຍ“.

ຂ່າວ/ບົດ​ອື່ນ